ຫວຽດ​ນາມ - ອິນ​ເດຍ ຊຸກ​ຍູ້​ບັນ​ດາ​ເສົາຄ້ຳ​ຮ່ວມ​ມື​ສອງ​ຝ່າຍ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຮຽກຮ້ອງໃຫ້ບັນດາວິສາຫະກິດ ອິນເດຍ ຍູ້ແຮງການມາລົງ ທຶນຢູ່ ຫວຽດນາມ ໃນບັນດາຂົງເຂດຄື: ເຕັກໂນໂລຢີປຸງແຕ່ງ, ປະດິດສ້າງ, ພະລັງງານ, ກະສິກຳ, ເຕັກໂນໂລຢີສູງ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ພັດທະນາພື້ນຖານໂຄງລ່າງ
ຫວຽດ​ນາມ - ອິນ​ເດຍ ຊຸກ​ຍູ້​ບັນ​ດາ​ເສົາຄ້ຳ​ຮ່ວມ​ມື​ສອງ​ຝ່າຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດຍ Rajkumar Ranjan Singh (ພາບ: TTXVN)

ວັນທີ 26 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດຍ Rajkumar Ranjan Singh, ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດ Horasis ອິນເດຍ ບິ່ງເຢືອງ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອິນເດຍ, ທ່ານສະເໜີໃຫ້ສອງຝ່າຍພ້ອມກັນຊຸກຍູ້ບັນດາເສົາຄ້ຳຮ່ວມມືສອງຝ່າຍຄື: ການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ, ຍູ້ແຮງກ່ວາອີກການຮ່ວມມືດ້ານການຄ້າ, ສ້າງຄວາມສະດວກກ່ວາອີກເພື່ອເພີ່ມວົງການການຄ້າສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຮຽກຮ້ອງໃຫ້ບັນດາວິສາຫະກິດ ອິນເດຍ ຍູ້ແຮງການມາລົງ ທຶນຢູ່ ຫວຽດນາມ ໃນບັນດາຂົງເຂດຄື: ເຕັກໂນໂລຢີປຸງແຕ່ງ, ປະດິດສ້າງ, ພະລັງງານ, ກະສິກຳ, ເຕັກໂນໂລຢີສູງ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ພັດທະນາພື້ນຖານໂຄງລ່າງ. ທ່ານລັດຖະມົນຕີ ການຕ່າງປະເທດ ອິນເດຍ Rajkumar Ranjan Singh ຢັ້ງຢືນວ່າ ອິນເດຍ ຍາມໃດກໍ່ຖື ຫວຽດນາມ ແມ່ນເສົາຄ້ຳສຳຄັນໃນນະໂຍບາຍ “ການກະທຳມຸ່ງໄປເຖິງທາງທິດຕາເວັນອອກ” ຂອງອິນເດຍ, ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ຫວຽດນາມ ພ້ອມກັນຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ເປັນຕົ້ນແມ່ນຢູ່ ສປຊ ແລະ ໃນຂົງເຂດການຮ່ວມມືລະຫວ່າງ ອາຊຽນ - ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ