ຫວຽດນາມ - ອິນເດຍ ຊອກຫາກາລະໂອກາດເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ

ຫວຽດນາມ - ອິນເດຍ ຊອກຫາກາລະໂອກາດເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ - ảnh 1
ທ່ານ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ຫງວຽນ​ວັນ​ຕວນ
(ພາບ: baocongthuong.com.vn)


(vovworld) – ​ໃນ​ລາຍການ​ສ່ົງ​ເສີມ​ການທ່ອງທ່ຽວ​ຫວຽດນາມ ​ເຊິ່ງດຳ​ເນີນ​ໄປ​ຢູ່ອິນ​ເດຍ, ​ໃນ​ວັນ​ທີ 24/03, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽ​ດນາມ ​ໄດ້​​ແນະນຳ​ກັບ​ບັນດາ​ບໍລິສັດ​ອງ​ອິນ​ເດຍ ກ່ຽວ​ກັບ​ການ​ພັດທະນາ​ຂອງ​ສະ​ແໜງ​ອຸດສາຫະກຳ​ທ່ອງ​ທ່ຽວ​ຫວຽດນາມ, ບັນດາ​ຈຸດ​ວັດທະນະທຳ​ພິ​ເສດ, ທິວ​ທັດ​ທຳ​ມະ​ຊາດ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ, ພ້ອມ​ທັງ​ໂຄສະນາ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ. ທ່ານ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ຫງວຽນ​ວັນ​ຕວນ ​ໃຫ້​ຮູ້ວ່າ, ​ໃນ​ໄລຍະ​ຈະມາເຖິງ, ຄາດວ່າ, ບໍລິສັດ​ການ​ບິນ​ຫວຽດນາມ (Vietnam Airlines) ຈະ​ເປີດ​ສາຍ​ກາ​ນບິນ​ໂດຍ​ກົງ​ເຖິງ​ອິນ​ເດຍ, ສ້າງ​ກາລະ​ໂອກາດ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ. ປະຈຸ​ບັນ​ແມ່ນ​ຈຸດ​ເວລາ​ທີ່​ສະດວກ​ເພື່ອ​ໃຫ້​ຫວຽດນາມ ​ແລະ ອິນ​ເດຍ ຊຸກຍູ້​ບັນດາ​ແຜນການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຕາມ​ຄຳ​ໝັ້ນ​ສັນຍາ​ລະຫວ່າງ​ການ​ນຳ ​ແລະ ລັດຖະບານ 2 ປະ​ເທດ.

        ​ເຂົ້າ​ຮ່ວມ​ລາຍການ, ທ່ານ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ອິນ​ເດຍ Suman Bila ​ເນັ້ນ​ໜັກ​ວ່າ, ອິນ​ເດຍ​ ​ແມ່ນ​ຕະຫຼາດ​ໃຫຍ່, ​​ມີ​ການເຕີບ​ໂຕ​ສູງ, ປະຈຸ​ບັນ​ແມ່ນ​ໜຶ່ງ​ໃນ​ຈຳນວນ 2 ປະ​ເທດ​ສະໜອງ​ຈຳນວນ​ນັກ​ທ່ອງ​ທ່ຽວຫຼາຍ​ກວ່າ​ໝູ່​ໃນ​ໂລກ, ​ສະ​ນັ້ນ, ຫວຽດນາມ ​ເລືອກ​​ເອົາ ອິນ​ເດຍ ​ແມ່ນ​ຈຸດ​ນັດ​ພົບ​ແມ່ນ​ເໝາະ​ສົມ. ທ່ານ Bila ກໍ່​ຊີ້​ໃຫ້​ເຫັນ​ຈຸດ​ທີ່​ສຳຄັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ 2 ປະ​ເທດ​ແມ່ນ​ ເປີດ​ສາຍ​ການບິນ​ໂດຍ​ກົງ. ຂໍ້​ຕົກລົງ​ເຊິ່ງອິນ​ເດຍ ລົງ​ນາມ​ກັບ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ ຫວ່າງ​ແລ້ວ​ນີ້ ຈະ​ແມ່ນ​ກອບ​ກົດໝາຍ​ສຳຄັນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້ 2 ປະ​ເທດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໃນ​ການ​ເຊື່ອມ​ຕໍ່.

ຂ່າວ/ບົດ​ອື່ນ