ຫວຽດ​ນາມ - ອິນ​ເດຍ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -ຕາມທ່ານປ.ອ  Rup Narayan Das ແລ້ວ, ການພົວພັນລະຫວ່າງ ສອງປະເທດ ບັນລຸໄດ້ບາດກ້າວພັດທະນາຢ່າງຮອບດ້ານນັບທັງດ້ານການເມືອງ, ເສດຖະກິດ, ການຕ່າງປະເທດ ແລະ ຍຸດທະສາດ. ລະຫວ່າງ ຫວຽດນາມ ແລະ ອິນເດຍ ມີ ວິໄສທັດ ແລະ ວິທີການເຂົ້າເຖິງກັບບັນດາບັນຫາສາກົນໃຫຍ່, ບັນດາບັນຫາໃນພາກພື້ນ.
ຫວຽດ​ນາມ - ອິນ​ເດຍ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1ທ່ານປ.ອ Rup Narayan Das ນັກຄົ້ນຄ້ວາຂັ້ນສູງ ຢູ່ສະພາຄົ້ນຄ້ວາວິທະຍາສາດ ສັງຄົມ ອິນເດຍ (ພາບ: icsin.org)

ນີ້ແມ່ນຂໍ້ສັງເກດຂອງທ່ານປ.ອ Rup Narayan Das ນັກຄົ້ນຄ້ວາຂັ້ນສູງ ຢູ່ສະພາຄົ້ນຄ້ວາວິທະຍາສາດ ສັງຄົມ ອິນເດຍ, ສະຖາບັນບໍລິຫານລັດ ອິນເດຍ, ໃນການຕອບສຳພາດ ຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ New Delhi ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນເດຍ ຄົບຮອບ 50 ປີ(7 ຕຸລາ 1972 – 7 ຕຸລາ 2022).

ຕາມທ່ານປ.ອ  Rup Narayan Das ແລ້ວ, ການພົວພັນລະຫວ່າງ ສອງປະເທດ ບັນລຸໄດ້ບາດກ້າວພັດທະນາຢ່າງຮອບດ້ານນັບທັງດ້ານການເມືອງ, ເສດຖະກິດ, ການຕ່າງປະເທດ ແລະ ຍຸດທະສາດ. ລະຫວ່າງ ຫວຽດນາມ ແລະ ອິນເດຍ ມີ ວິໄສທັດ ແລະ ວິທີການເຂົ້າເຖິງກັບບັນດາບັນຫາສາກົນໃຫຍ່, ບັນດາບັນຫາໃນພາກພື້ນ. ຢູ່ຫຼາຍເວທີປາໄສສອງຝ່າຍ ແລະ ຫຼາຍຝ່າຍ, ທັງອິນເດຍ ແລະ ຫວຽດນາມ ໄດ້ເຕື້ອງເຖິງຄຳໝັ້ນສັນຍາກ່ຽວກັບບັນດາບັນຫາຄື ມະຫາສະຫມຸດອິນເດຍ - ປາຊີຟິກ ແລະ ຄວາມເສລີໃນການເດີນເຮືອຂອງຕົນ. ທາງດ້ານສອງຝ່າຍ, ລະຫວ່າງສອງປະເທດມີການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ຫຼ້າສຸດນີ້ແມ່ນການຢ້ຽມຢາມ ອິນເດຍຢ່າງເປັນທາງການຂອງທ່ານ ປະທານສະພາແຫ່ງຊາດ ຫວຽດນາມ. ສອງຝ່າຍກໍ່ພວມມຸ່ງໄປເຖິງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງອື່ນອີກໃນປີ 2022.

ທ່ານ ປ.ອ Rup Narayan Das ໃຫ້ຮູ້ວ່າ, ທ່ານ ບໍ່ຫັນມີສິ່ງໃດກີດຂວາງການພົວພັນສອງຝ່າຍ. ຍິ່ງໄປກ່ວານັ້ນ, ເຖິງວ່າ ອຳນາດການປົກຄອງຢູ່ ອິນເດຍ ມີການປ່ຽນແປງ ແລະ ຄະນະການນຳ ຢູ່ ຫວຽດນາມ ກໍ່ມີການປ່ຽນແປງກໍ່ຕາມ ແຕ່ການພົວພັນລະຫວ່າງສອງປະເທດ ຍັງໄດ້ຮັບການປັບປຸງ ຜ່ານແຕ່ລະປີ ແລະ ນັບມື້ນັບເພີ່ມຂຶ້ນຕາມການເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ