ຫວຽດ​ນາມ - ອິນ​ເດຍ ເຊື່ອມ​ຕໍ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ

(VOVWORLD) -ບັນດານັກລົງທຶນ ອິນເດຍ ກໍມີຄວາມສົນໃຈເຖິງການເປີດກວ້າງການລົງທຶນຢູ່ ຫວຽດນາມ ທີ່ສຸດ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງ ຫວຽດນາມ ມີທ່າແຮງຄື ອຸດສາຫະກຳໜູນຊ່ວຍ, ປະດິດສ້າງກົນຈັກ, ຕ່ຳແຜ່ນຕັດຫຍິບ, ຜະລິດເກີບໜັງ… ເພື່ອໄດ້ຊົມໃຊ້ນະໂຍບາຍຕ່າງໆຈາກສັນຍາການຄ້າເສລີ ເຊິ່ງ ຫວຽດນາມ ໄດ້ລົງນາມ.

ຫວຽດ​ນາມ - ອິນ​ເດຍ ເຊື່ອມ​ຕໍ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ - ảnh 1ກອງປະຊຸມສົນທະນາ “ພົບປະວິສາຫະກິດ ຫວຽດນາມ - ອິນເດຍ” (ພາບ: TTXVN)

ວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບສະຫະສະມາຄົມອຸດສາຫະກຳ - ການຄ້າ ອິນເດຍ (BIA) ຈັດກອງປະຊຸມສົນທະນາ “ພົບປະວິສາຫະກິດ ຫວຽດນາມ - ອິນເດຍ”. ກອງປະຊຸມສົນທະນາຖືກຈັດຂຶ້ນເນື່ອງໃນໂອກາດຄະນະຜູ້ແທນລວມມີວິສາຫະກິດ 42 ແຫ່ງ ຂຶ້ນກັບສະພາການຄ້າ ແລະ ອຸດສາຫະກຳ ອິນເດຍ - ຫວຽດນາມ (IVCCI) ມາຢ້ຽມຢາມ ແລະ ສຶກສາຄົ້ນຄວ້າກາລະໂອກາດລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ.

       ກ່າວຄຳເຫັນໃນກອງປະຊຸມສົນທະນາ, ທ່ານ ຫງວຽນກວາງວິງ ຮອງປະທານ VCCI ໄດ້ເນັ້ນໜັກວ່າ ສຳລັບ ຫວຽດນາມ ແລ້ວ, ອິນເດຍ ຍາມໃດກໍແມ່ນຄູ່ຮ່ວມມືຍຸດທະສາດທາງດ້ານການຄ້າ ແລະ ຍັງມີກຳລັງບົ່ມຊ້ອນເພື່ອຂຸດຄົ້ນ. ທັງ ຫວຽດນາມ ແລະ ອິນເດຍ ຈະລ້ວນແຕ່ໃຫ້ຄວາມເອົາໃຈໃສ່ເຖິງພື້ນຖານດ້ານເຕັກນິກ, ການຜະລິດ ແລະ ຕັ້ງເປົ້າໝາຍເຂົ້າຮ່ວມລະບົບມູນຄ່າທົ່ວໂລກນັບມື້ນັບເລິກເຊິ່ງກວ່າ.

        ສຳລັບ ອິນເດຍ, ທ່ານ Ajoykant Ruia, ປະທານສະພາການຄ້າ ແລະ ອຸດສຫາກຳ ອິນເດຍ - ຫວຽດນາມ (IVCCI), ໃຫ້ຮູ້ວ່າ ບັນດານັກລົງທຶນ ອິນເດຍ ກໍມີຄວາມສົນໃຈເຖິງການເປີດກວ້າງການລົງທຶນຢູ່ ຫວຽດນາມ ທີ່ສຸດ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງ ຫວຽດນາມ ມີທ່າແຮງຄື ອຸດສາຫະກຳໜູນຊ່ວຍ, ປະດິດສ້າງກົນຈັກ, ຕ່ຳແຜ່ນຕັດຫຍິບ, ຜະລິດເກີບໜັງ… ເພື່ອໄດ້ຊົມໃຊ້ນະໂຍບາຍຕ່າງໆຈາກສັນຍາການຄ້າເສລີ ເຊິ່ງ ຫວຽດນາມ ໄດ້ລົງນາມ.


ຕອບກັບ

ຂ່າວ/ບົດ​ອື່ນ