ຫວຽດນາມ - ອິນໂດເນເຊຍ ສູ້ຊົນຍົກວົງເງິນການຄ້າຂຶ້ນເຖິງ 10 ຕື້ USD ໃນປີ 2020

(VOVWORLD) - ຕອນບ່າຍວັນທີ 01 ສິງຫາ, ຢູ່ນອກກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 51 ທີ່ພວມດຳເນີນຢູ່ ສິງກະໂປ,

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi. ລັດຖະມົນຕີການຕ່າງປະເທດ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ອິນໂດເນເຊຍ ພວມພັດທະນາຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. 2 ຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການກໍ່ສ້າງສຳເລັດໂຄງການດຳເນີນງານຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດໄລຍະ 2019 – 2023 ໂດຍໄວ.

        2 ຝ່າຍເນັ້ນໜັກວ່າ ຄວນເອົາໃຈໃສ່ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ສູ້ຊົນຍົກວົງເງິນການຄ້າຂຶ້ນເຖິງ 10 ຕື້ USD ໃນປີ 2020 ໂດຍໄວ ຄືດັ່ງຄາດໝາຍທີ່ໄດ້ວາງອອກ. 2 ຝ່າຍກໍ່ຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບຂອງ ອາຊຽນ, ຮັກສາບົດບາດເປັນໃຈກາງ ແລະ ສຽງເວົ້າລວມຂອງ ອາຊຽນ ໃນບັນດາບັນຫາພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ