ຫວຽດນາມ - ອິນໂດເນເຊຍ ສືບຕໍ່ ເພີ່ມທະວີການຄ້າ 2 ຝ່າຍ

ຫວຽດນາມ - ອິນໂດເນເຊຍ ສືບຕໍ່ ເພີ່ມທະວີການຄ້າ 2 ຝ່າຍ - ảnh 1
ພົບ​ປະລະ​ຫວ່າງ​ທ່ານ​ປະທານາທິບໍດີ Joko Widodo ​
ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
(ພາບ: TTXVN)


(vovworld) – ບົດ​ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ໝາກຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ຄື: APEC ASEAN ​ແລະ G20 ຂອງ​ທ່ານ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Joko Widodo ​ໃຫ້​ຮູ້​ວ່າ, ​ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບົນ​ຈິດ​ໃຈ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ຄາດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 10 ຕື້ USD ​ໃນ​ປີ 2018. ຖະ​ແຫຼງການ​ສື​່ມວນ​ຊົນ​ຊີ້​ແຈ້ງ​ວ່າ, ທີ່​ການ​ພົບ​ປະລະ​ຫວ່າງ​ທ່ານ​ປະທານາທິບໍດີ Joko Widodo ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ APEC ຢູ່​ປັກ​ກິ່​ງ (ປະ​ເທດ​ຈີນ), ກາ​ນນຳ​ທັງ 2 ທ່ານ​ໄດ້​ແລກປ່ຽນ​ບັນຫາ​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ 2 ຝ່າຍ, ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ອາ​ຊຽນ ​ແລະ ທະ​ເລ​ຕາ​ເວັນ​ອອກ. ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, 2 ຝ່າຍ​ເອົາ​ໃຈ​ໃສ່​ເຖິງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ການ​ເດີນ​ທະ​ເລ ​ແລະ ກາ​ນຄ້າ ດ້ວຍ​ຄາດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 10 ຕື້ USD ​ໃນ​ປີ 2018. ທີ່​ການ​ພົບ​ປະ​ຄັ້ງ​ນີ້, ທ່ານ​ປະທານາທິບໍດີ Widodo ຢືນຢັນ​ວ່າ, ລັດຖະບານ​ໃໝ່ ພາຍ​ໃຕ້​ການ​ຊີ້​ນຳ ນຳພາ​ຂອງ​ທ່ານ ຈະ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​, ຕ່າງຝ່າ​ຍຕ່າ​ງມີ​ຜົນ​ປະ​​ໂຫຍ​ດ, ປະກອບສ່ວນກໍ່​ສ້າງ​ປະ​ຊາຄົມ​ອາ​ຊຽນ ​ແລະ ຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ, ວັດທະນາ​ຖາວອນ​ໃນ​ພາກ​ພື້ນ ກໍ່​ຄື​ໃນ​​ໂລກ, ​ໂດຍ​ສະ​ເພາະ​ເມື່ອ 2 ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູ​ດຢ່າ​ງ​ເປັນ​ທາງ​ການ (1955 - 2015) ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ