ຫວ​ຽດ​ນາມ - ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ສຳ​ຜັດ​ກັບ​ແຫຼ່ງວັກ​ຊິນ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ

(VOVWORLD) -  ຕອນບ່າຍວັນທີ 15 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ກ່ຽວກັບການຮ່ວມມືສອງຝ່າຍ ກໍຄືບັນດາບັນຫາຂອງພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ຫວ​ຽດ​ນາມ - ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ສຳ​ຜັດ​ກັບ​ແຫຼ່ງວັກ​ຊິນ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ນະທີ່ນີ້, ການນຳສອງທ່ານໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບກັນ, ແບ່ງປັນບົດຮຽນໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ສຳຜັດກັບແຫຼ່ງວັກຊິນຢ່າງມີປະສິດທິຜົນ; ສືບຕໍ່ຊຸກຍູ້ບັນດາການແລກປ່ຽນ ແລະ ພົບປະຄະນະຜູ້ແທນຂັ້ນຕ່າງໆ ດ້ວຍຮູບແບບທີ່ເໝາະສົມ ແລະ ມີໄຫວພິບ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ຍູ້ແຮງການປະຕິບັດໂຄງການດຳເນີນງານ ໄລຍະ 2019 – 2023 ເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ວິໄສທັດການຮ່ວມມືໃນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ ໄລຍະ 2017 – 2022.

ຫວ​ຽດ​ນາມ - ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ສຳ​ຜັດ​ກັບ​ແຫຼ່ງວັກ​ຊິນ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ - ảnh 2ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo
   ເພື່ອຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດຫຼັງໂລກລະບາດ, ການນຳສອງທ່ານໃຫ້ຄຳໝັ້ນສັນຍາວ່າ ຈະຊີ້ນຳບັນດາອົງການທີ່ກ່ຽວຂ້ອງສົມທົບກັນຍູ້ແຮງການແລກປ່ຽນການຄ້າ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 10 ຕື້ USD ຕາມທິດດຸ່ນດ່ຽງໂດຍໄວ; ຊຸກຍູ້ການເຈລະຈາຂີດຂັ້ນເຂດເສດຖະກິດຈຳເພາະ, ແກ້ໄຂບັນຫາທີ່ເກີດຂຶ້ນໃໝ່ບົນຈິດໃຈມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດ.

        ນອກຈາກນັ້ນ, ການນຳສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາທະເລຕາເວັນອອກ ແລະ ສະຖານະການຢູ່ ມຽນມາ; ເຫັນດີເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ