ຫວຽດ​ນາມ - ອີ​ຢູ ເປີດ​ກວ້າງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື

(VOVWORLD) - ທ່ານຮອງປະທານຄະນະກຳມະການເອີຣົບ Josep Borrell, ຢັ້ງຢືນວ່າ EU ຖືເປັນສຳຄັນບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນ ອາຊຽນ ກໍຄືໃນກາພື້ນ, ແລະ ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ.
ຫວຽດ​ນາມ - ອີ​ຢູ ເປີດ​ກວ້າງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື - ảnh 1ທ່ານເລຮວ່າຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານຮອງປະທານຄະນະກຳມະການເອີຣົບ, Josep Borrell (ພາບ: qdnd.vn)

ຕອນບ່າຍວັນທີ 30 ກໍລະກົດ, ຢູ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທີ່ຮ່າໂນ້ຍ, ທ່ານເລຮວ່າຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ສະຫະພາບເອີຣົບ (EU), ຮອງປະທານຄະນະກຳມະການເອີຣົບ, Josep Borrell, ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານເລຮວ່າຍຈູງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດສຳລັບການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ສະຫະພາບເອີຣົບ; ພ້ອມທັງເນັ້ນໜັກເຖິງບາງທິດທາງ, ມາດຕະການໃຫຍ່ ເພື່ອແນໃສ່ເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມື, ໃນນັ້ນ ມີການເສີມຂະຫຍາຍປະສິດທິຜົນການຮ່ວມມືໃນຂອບເຂດຕ່າງໆໃຫ້ດີກວ່າອີກ ເຊັ່ນ ສັນຍາການຄ້າເສລີ (EVFTA) ແລະ ຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທຳ (JETP), ຊຸກຊູ້ອົງການນິຕິບັນຍັດບັນດາປະເທດສະມາຊິກ ອີຢູ ທີ່ຍັງເຫຼືອ ເພື່ອສຳເລັດການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ແລະ ຍົກເລີກບັດເຫຼືອງສຳລັບການສົ່ງອອກສິນໃນນ້ຳຂອງ ຫວຽດນາມ.

        ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ EU, ທ່ານຮອງປະທານຄະນະກຳມະການເອີຣົບ Josep Borrell, ຢັ້ງຢືນວ່າ EU ຖືເປັນສຳຄັນບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນ ອາຊຽນ ກໍຄືໃນກາພື້ນ, ແລະ ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ; ໂດຍຖືວ່າ ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ພົວພັນແລກປ່ຽນປະຊາຊົນ; ຊຸກຍູ້, ສ້າງບາດກ້າວຫັນປ່ຽນຢ່າງແຮງ ກ່ຽວກັບການຮ່ວມມືໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ