ຫວຽດ​ນາມ - ອີ​ຢິບ ຕັ້ງ​ໜ​້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື

(VOVWORLD) -ຕອນບ່າຍວັນທີ 11 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Mahmoud Hassan Nayel ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ເນື່ອງໃນໂອກາດເຂົ້າຢ້ຽມອຳລາ. 
ຫວຽດ​ນາມ - ອີ​ຢິບ ຕັ້ງ​ໜ​້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ Mahmoud Hassan Nayel ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ສອງຝ່າຍຕັ້ງໜ້າຜັນຂະຫຍາຍມາດຕະການຕ່າງໆ ຄື ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ກໍຄື ທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດເພື່ອຊຸກຍູ້ການຮ່ວມມືລະອຽດ. ຜັນຂະຫຍາຍກອງປະຊຸມຄັ້ງທີ 6 ຂອງ ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອີຢິບ ໃນປີ 2022 ຢ່າງມີປະສິດທິຜົນ; ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ, ເປັນຕົ້ນແມ່ນ ສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ, ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຊື້ເຂົ້າສານ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງ ສະໜອງ ແລະ ການຄ້າພາຍໃນ ອີຢິບ, ບົນບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກັບ ກະຊວງນ້ຳມັນອາຍແກສ ແລະ ແຮ່ທາດ ອີຢິບ. ພ້ອມດຽວກັນນັ້ນ ແມ່ນຊຸກຍູ້ການຮ່ວມມືດ້ານການສຶກສາ, ກໍ່ສ້າງ, ການທ່ອງທ່ຽວ, ກະສິກຳ.

ທ່ານປະທານປະເທດຫງວຽນຊວັນຟຸກ ຫວັງວ່າ ເຖິງວ່າຈະຢູ່ໃນໜ້າທີ່ຕຳແໜ່ງໃດກໍຕາມ ທ່ານເອກອັກຄະລັດຖະທູດ ຍັງສືບຕໍ່ໜູນຊ່ວຍຊຸກຍູ້ການພົວພັນສອງປະເທດ ໃຫ້ນັບມື້ນັບພັດທະນາໃນຫຼາຍຂົງເຂດ.


ຕອບກັບ

ຂ່າວ/ບົດ​ອື່ນ