ຫວຽດນາມ - ອີຢິບ ເຫັນດີຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ

(VOVWORLD) - ຕອນເຊົ້າວັນທີ 06 ກັນຍາ, ພິທີຕ້ອນຮັບທ່ານປະທານາທິບໍດີ ອີຢິບ ໄດ້ຈັດຕັ້ງຢ່າງສົມກຽດຢູ່ສຳນັກງານປະທານປະເທດ. ພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ດຳເນີນການເຈລະຈາກັບທ່ານປະທານາທິບໍດີ ອີຢິບ Abdel Fatah El Sisi. 
ຫວຽດນາມ - ອີຢິບ ເຫັນດີຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ - ảnh 1 ພິທີຕ້ອນຮັບທ່ານປະທານາທິບໍດີ Sisi 

ທີ່ການເຈລະຈາ, ການນຳ 2 ທ່ານໄດ້ເຫັນດີເປັນເອກະສັນຕໍ່ບັນດາທິດທາງມາດຕະການຢ່າງລະອຽດ ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃນຫລາຍຂົງເຂດໃນໄລຍະຈະມາເຖິງ.

        ກ່ຽວກັບດ້ານການເມືອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Sisi ຢືນຢັນວ່າ ສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ. 2 ຝ່າຍເຫັນດີເປັນເອກະພາບ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ທາບທາມຄຳເຫັນກ່ຽວກັບບັນດາບັນຫາຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈເປັນປະຈຳ, ສືບຕໍ່ສະໜັບສະໜູນກັນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ ແລະ ອົງການໃຊ້ພາສາຝະຣັ່ງ.

        ກ່ຽວກັບດ້ານເສດຖະກິດ, ການນຳ 2 ທ່ານເຫັນດີເປັນເອກະພາບ ນຳວົງເງິນການຄ້າ 2 ຝ່າຍຂຶ້ນເຖິງລະດັບ 1 ຕື້ USD ໃນໄລຍະຈະມາເຖິງ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ວິສາຫະກິດ 2 ປະເທດຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື: ໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ທ່າກ່ຳປັ່ນ, ຕໍ່ກ່ຳປັ່ນ, ການຜະລິດເຄື່ອງໃຊ້ສອຍ…

ຫວຽດນາມ - ອີຢິບ ເຫັນດີຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ - ảnh 2 ພິທີລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 5 

        ພາຍຫລັງການເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Sisi ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 5 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອີຢິບ ແລະ ເອກະສານຮ່ວມມື 9 ສະບັບໃນບັນດາຂົງເຂດຄື: ການລົງທຶນ, ຫຼັກຊັບ, ວັດທະນະທຳ, ຄົມມະນາຄົມ…ກ່າວຄຳເຫັນໃນການປະຊຸມກັບສື່ມວນຊົນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ:

        “ດ້ວຍພື້ນຖານໝັ້ນຄົງ ໄດ້ເພີ່ມພູນຄູນສ້າງໃນ 54 ປີຜ່ານມາຢ່າງບໍ່ຢຸດຢັ້ງ, ພ້ອມກັບຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງ ແລະ ຄວາມມານະພະຍາຍາມຂອງ 2 ຝ່າຍ, ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ  ແລະ ອີຢິບ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ມີປະສິດທິຜົນ, ແທດຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ”.

        ສ່ວນທ່ານປະທານາທິບໍດີ Sisi ໃຫ້ຮູ້ວ່າ:

        “ໃນການເຈລະຈາ ພວກຂ້າພະເຈົ້າໄດ້ປຶກສາຫາລືເພີ່ມທະວີການພົວພັນຮ່ວມມື 2 ຝ່າຍໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ. ດ້ວຍບັນດາຜົນງານ ຊຶ່ງ ຫວຽດນາມ ບັນລຸໄດ້ໃນຂົງເຂດອຸດສາຫະກຳການຄ້າ, ໄດ້ຮັບການຖືວ່າ ແມ່ນຮູບແບບ ເພື່ອໃຫ້ບັນດາປະເທດອື່ນໆ ຮ່ຳຮຽນຕາມ. ອີຢິບ ປາດຖະໜາຢາກພັດທະນາການພົວພັນຮ່ວມມືເສດຖະກິດພ້ອມກັນມີຜົນປະໂຫຍດກັບ ຫວຽດນາມ, ຕາມນັ້ນແລ້ວ ເພີ່ມທະວີການຄ້າ 2 ຝ່າຍ, ແກ້ໄຂສະພາບຂາດດຸ່ນການຄ້າ”.

 

ຕອບກັບ

ຂ່າວ/ບົດ​ອື່ນ