ຫວຽດນາມ ອອກສະໝັກ ຮັບການເລືອກເຟັ້ນເປັນ ສະມາຊິກຄະນະກຳມະການມໍລະດົກໂລກ

ຫວຽດນາມ ອອກສະໝັກ ຮັບການເລືອກເຟັ້ນເປັນ ສະມາຊິກຄະນະກຳມະການມໍລະດົກໂລກ - ảnh 1
​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 37 ຂອງ​ຄະນະ​ກຳມະການ​ມໍລະດົກ​​ໂລກ
(ພາບ: Vietnam+)


(vovworld) - ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 37 ຂອງ​ຄະນະ​ກຳມະການ​ມໍລະດົກ​​ໂລກ (WHC) ຂຶ້ນ​ກັບ​ອົງ​ການ​ສຶກສາວິທະຍາສາດ ​ແລະ ວັດທະນະທຳ​ສະຫະ​ປະຊາ​ຊາດ (UNESCO) ຖືກ​ໄຂ​ຂຶ້ນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 16/06, ຢູ່​ນະຄອນຫຼວງ ພະ​ນົມ​ເປັນ, ປະ​ເທດ​ກຳ​ປຸ​ເຈຍ. ​​ແຕ່​ວັນ​ທີ 16 ຫາ 27/06, ​ໃນ​ບັນ​ດາ​ວາລະ​ປະຊຸມ​ເຊິ່ງດຳ​ເນີນ​ໄປ​ຢູ່​ພະນົມ​ເປັນ ​ແລະ ຊຽມຣຽບ, ບັນດາ​ສະມາຊິກ​ຄະນະ​ກຳມະການ​ມໍລະດົກ​ໂລກ ຈະ​ພິຈາລະນາ​ສຳ​ເນົາເອກະສານ​ 32 ຊຸດຂອງ​ບັນດາ​ປະ​ເທດ, ​ເພື່ອ​ຄັດ​ເລືອກ​ບັນດາ​ມໍລະດົດວັດທະນະທຳ ​ແລະ ທຳ​ມະ​ຊາດ​ມີ​ຄຸນຄ່າ​ດີ​ເດັ່ນ ​ເພື່ອ​ເພີ່ມ​ເຕີ່​ມ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ບັນດາ “ມໍລະດົກ​ໂລກ” ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ. ສຳລັບ​ຫວຽດນາມ , ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ຂີດ​ໝາຍ​​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽ​ດນາມ ຂົນຂວາຍ​ສະໝັກ​ເຂົ້າ​ຮ່ວມ​ຄະນະ​ກຳມະການ​ມໍລະດົກ​​ໂລກ ​ເຊິ່ງລວມມີ​ 21 ສະມາຊິກ. ທ່ານ ຫງວຽນ​ກ໋ວກ​ຮຸ່ງ, ຮອງ​ກົວ​ໜ້າ​ກົມ​ມໍລະດົກ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ຫວຽດນາມໃຫ້​ຮູ້​ວ່າ.

  “ຫວຽດນາມ ຍັງ​ບໍ່​ທັນ​ອອກ​ສະໝັກ​ເຂົ້າຮ່ວມ​ຄະນະ​ກຳມະການ​ມໍລະດົກ​ໂລກຈັດ​ເທື່ອ ສະ​ນັ້ນ, ​ກາລະໂອກາດ​ສຳລັບ​ບັນດາ​ຄະນະ​ຜູ້​ແທນ​ແມ່ນ​ຄື​ກັນ. ​ແຕ່​ພວກ​ຂ້າພະ​ເຈົ້າ​ຫວັງວ່າ ຍ້ອນ ຫວຽດນາມ ຍັງ​ບໍ່​ທັນເຂົ້າ​ຮ່ວມຄະນະ​ກຳມະການ​ມໍ​ລະ​ດົກ​ໂລກຈັກ​ເທື່ອ ດັ່ງ​ນັ້ນ, ແນ່ນອນ​ວ່າ​ຈະ​ມີ​ໂອກາດ​ຫຼາຍ​ກວ່າ​​ເມື່ອ​ທຽບ​ກັບ​ບັນດາ​ປະ​ເທດ​ທີ່​​ເຄີຍ​ໄດ້ເຂົ້າ​ຮ່ວມ​ຄະນະ​ກຳມະການ​ມໍລະ​ດົກ​ໂລກມາ​ແລ້ວ.”

ຂ່າວ/ບົດ​ອື່ນ