ຫວຽດນາມ - ອານເຊີຣີ ແລກປ່ຽນເອກະສານ ໃຫ້ສັດຕະຍາບັນ ສັນຍາ 2 ສະບັບໃນຂົງເຂດຕຸລາການ

ຫວຽດນາມ - ອານເຊີຣີ ແລກປ່ຽນເອກະສານ ໃຫ້ສັດຕະຍາບັນ ສັນຍາ 2 ສະບັບໃນຂົງເຂດຕຸລາການ - ảnh 1
(ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຫວຽດນາມ ຮ່າ​ຮຸ່ງ​ເກື່ອງ)

(vovworld) - ຫວຽດນາມ - ອານ​ເຊີຣີ ​ແລກປ່ຽນ​ເອກະສານ​ໃຫ້​ສັດຕະຍາ​ບັນ ສັນຍາ 2 ສະບັບໃນ​ຂົງ​ເຂດຕຸລາການ, ນັ້ນ​ແມ່ນ​ສັນຍາ​ໜູນ​ຊ່ວຍ​ດ້ານ​ຕຸລາການ​ກ່ຽວ​ກັບອາຍາ ແລະ ສັນຍາພາ​ຕົວເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ວັນ​ທີ 14/04/2010. ສັນຍາຈະ​ມີ​ຜົນ​ບັງຄັບ​ໃຊ້​ພາຍຫຼັງ​ 30 ວັນ ນັບ​ແຕ່​ມື​ດຳ​ເນີນ​ການແລກປ່ຽນ​ບັນດາ​ເອກະສານ​ໃຫ້​ສັດຕະຍາບັນ. ​ການແລກປ່ຽນ​ເອກະສານ​ຖືກດຳ​ເນີນ​​ເມື່ອ​ວັນ​ທີ 26/02 ຢູ່​ອານ​ເຊີຣີ ​ລະຫວ່າງ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຫວຽດນາມ ຮ່າ​ຮຸ່ງ​ເກື່ອງ ​ແລະ ທ່ານ​ລັດຖະມົນຕີ​ຜູ້​ຮັບຜິດຊອບກະຊວງ​ຍຸ​ຕິ​ທຳ ອານ​ເຊີ​ຣີ Tayeb Louh.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ​ໄດ້​ມີ​ການ​ເຈລະຈາ​ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງອາ​ນ​ເຊີຣີ Tayeb Louh, ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງຈະ​ສຸມ​ໃສ່​ເຂົ້າ​ໃນ 3 ຂົງ​ເຂດ​ຕົ້ນ​ຕໍ​ຄື: ບົດ​ຮຽນ​ກ່ຽວ​ກັບ​ດ້ານ​ຂໍ້​ມູນຂ່າວ, ສ້າງ​ລະບອບ​ກົດໝາຍ ​ແລະ ບັນດາ​ກົດໝາຍ​ສຳຄັນຄື: ອາຍາ, ​ແຜ່​ງ, ດຳ​ເນີນ​ຄະດີ​ໃຫ້​ສົມບູນ​ແບບ ​ເພື່ອ​ແນ​ໃສ່​ຮັບປະກັນ​ລັກສະນະ​ເປັນ​ເອກະລາດ​ຂອງ​ສານ; ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​​ຂໍ້​ມູນຂ່າວສານທີ່​ທັນ​ສະ​ໄໝ​; ສຶກສາ​ບຳລຸງ​ສ້າງດ້ານ​ກົດໝາຍ ​ແລະ ຕຳ​ແໜ່​ງຕຸລາການ.

ຂ່າວ/ບົດ​ອື່ນ