ຫວຽດນາມ - ອາຟະລິກາໃຕ້ ສືບຕໍ່ຍົກສູງປະສິດທິຜົນແລະ ເຮັດໃຫ້ການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ

(VOVWORLD) -ກອງປະຊຸມຄັ້ງທີ 5 ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ອາຟະລິກາໃຕ້ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ວັດທະນະທຳ
ຫວຽດນາມ - ອາຟະລິກາໃຕ້ ສືບຕໍ່ຍົກສູງປະສິດທິຜົນແລະ ເຮັດໃຫ້ການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ - ảnh 1ກອງປະຊຸມຄັ້ງທີ 5 ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ອາຟະລິກາໃຕ້
(ພາບ: VTV)

ວັນທີ 14 ເມສາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮຽວ ແລະ ທ່ານຮອງລັດຖະມົນຕີກະຊວງຮ່ວມມື ແລະ ພົວພັນສາກົນ ອາຟະລິກາໃຕ້ Mashego-Dlamini ໄດ້ເປັນປະທານກອງປະຊຸມຄັ້ງທີ 5 ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ອາຟະລິກາໃຕ້ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ວັດທະນະທຳເຊິ່ງໄດ້ຈັດຂຶ້ນແບບທາງໄກ.

         ທີ່ເວທີປາໄສ, 2 ຝ່າຍໄດ້ແລກປ່ຽນໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟະລິກາໃຕ້ ນັບແຕ່ສະໄໝປະຊຸມຄັ້ງທີ 4 ໃນຂົງເຂດການເມືອງ, ການທູດ, ການຄ້າ, ການລົງທຶນ, ກະສິກຳ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ… ກໍຄືການຮ່ວມມືລະຫວ່າງບັນດາທ້ອງຖິ່ນ. ບົນພື້ນຖານນັ້ນ, 2 ຝ່າຍກໍ່ປຶກສາຫາລືມາດຕະການລະອຽດ ແນໃສ່ຍົກສູງປະສິດທິຜົນ ແລະ ເຮັດໃຫ້ການພົວພັນຮ່ວມມືຢ່າງດີງາມລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ. 2 ຝ່າຍເຫັນດີສືບຕໍ່ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສສາກົນ ແລະ ພາກພື້ນ, ພ້ອມທັງສະເໜີໃຫ້ຄົ້ນຄວ້າເປີດກວ້າງການຮ່ວມມືໄປສູ່ຂົງເຂດເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີຄວາມສາມາດບົ່ມຊ້ອນ.

        ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ເຫັນດີຈັດກອງປະຊຸມຄັ້ງຕໍ່ໄປຢູ່ ອາຟະລິກາໃຕ້, ຄາດວ່າໃນປີ 2024 ແລະ ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 5 ຂອງເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ອາຟະລິກາໃຕ້ ແບບທາງໄກ.

ຕອບກັບ

ຂ່າວ/ບົດ​ອື່ນ