ຫວຽດນາມ - ອາຟະລິກາໃຕ້ ເພີ່ມທະວີການຮ່ວມມື ໃນຂົງເຂດຕຸລາການ

ຫວຽດນາມ - ອາຟະລິກາໃຕ້ ເພີ່ມທະວີການຮ່ວມມື ໃນຂົງເຂດຕຸລາການ - ảnh 1
(ພາບປະກອບ)


Vovworld-  ​ໃນ​ວັນ​ທີ 26/11, ຢູ່​ນະຄອນ Pretoria ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ກ່ຽວ​ກັບ​ຮ່າງ​ສັນຍາ​ໜູນ​ຊ່ວຍ​ດ້ານ​ຕຸລາການ​ອາຍາ​ລະຫວ່າງ ຫວຽດນາມ - ອາ​ຟະ​ລິ​ກາ​ໃຕ້, ສິ້ນ​ສຸດ​ການ​ເຈລະຈາ, 2 ຝ່າຍ​ໄດ້​ເປັນ​ເອກະສັນ​ກັນ​ຮັບຮອງ​ເອົາເນື້ອໃນຂອງ ຮ່າງ​ສັນຍາດ້ວຍ 24 ມາດຕາ ຊຶ່ງໄດ້ກຳນົດເນື້ອໃນ, ຮູບການ ແລະ ລະບຽບການໜູນຊ່ວຍດ້ານຕຸລາການໃນຂົງເຂດອາຍາລະຫວ່າງ 2 ປະເທດ. ຕອບສຳພາດນັກຂ່າວ ສຳນັກຂ່າວສານ ຫວຽດນາມປະຈຳ ນະຄອນ Pretoria ພາຍຫຼັງພິທີລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບ ການຮ່ວມມືໃນ ຂົງເຂດຕຸລາການອາຍາ, ທ່ານເລຕ້ຽນ ຫົວໜ້າກົມຮ່ວມມືສາກົນໜູນຊ່ວຍ ດ້ານ ຕຸລາການ ອາຍາ ສັງກັດອົງການໄອຍະການປະຊາຊົນສູງສຸດຫວຽດນາມໃຫ້ຮູ້ວ່າ : ການລົງນາມ, ໃຫ້ສັດຕະຍາບັນ ແລະ ປະຕິບັດສັນຍາຈະ​ເປັນ​ພື້ນຖານ ໃຫ້ແກ່ການສ້າງ​ກອບ​ກົດໝາຍ​ລະຫວ່າງ​ຫວຽດນາມ-ອາ​ຟະ​ລິ​ກາ​​ໃນ​ການ​ຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ໃຫ້​ສົມບູນ​ແບບ, ຜ່ານ​ນັ້ນ​ຈະ​ຊ່ວຍ​ປັບປຸງ ​ແລະ ​ເພີ່ມ​ທະວີ​ກາ​ນພົວພັນ​ຮ່ວມ​ມື​ເພື່ອ​ພັດທະນາ .

ຂ່າວ/ບົດ​ອື່ນ