ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່

(VOVWORLD) -ໃນວັນທີ 07 ພຶດສະພາ, ຢູ່ສຳນັກງານກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ມີການໂອ້ລົມທາງອອນລາຍກັບທ່ານນາງ Carol Miller ສະມາຊິກສະພາຕ່ຳຂອງລັດ Virginia ຕາເວັນຕົກ, ອາເມລິກາ.
ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່ - ảnh 1

ທ່ານເຈິ່ນຕ໊ວນແອັງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມມີການໂອ້ລົມທາງອອນລາຍກັບທ່ານນາງ Carol Miller ສະມາຊິກສະພາຕ່ຳຂອງລັດ Virginia ຕາເວັນຕົກ, ອາເມລິກາ

 (ພາບ: thanhtra.com.vn)

ໃນການໂອ້ລົມສົນທະນາ, ທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ ໄດ້ຢັ້ງຢຶນເຖິງ ລະດັບຄວາມສຳຄັນພິເສດຂອງການພົວພັນ ຫວຽດນາມ - ອາເມລິກາ; ພ້ອມທັງຖືວ່ານີ້ແມ່ນຈຸດເວລາທີ່ສຳຄັນ ເພື່ອເພີ່ມທະວີການຮ່ວມມືເລິກເຊິ່ງກ້ວາງຂວາງກ່ວາອີກ ກັບລັດ Virginia ແນໃສ່ພ້ອມກັນຊຸກຍູ້ການຮ່ວມມືເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່, ຮັບມືກັບໂລກລະບາດໂຄວິດ-19.

ໃນໄລຍະຜ່ານມາ, ການຮ່ວມມືການຄ້າ, ການລົງທຶນລະຫວ່າງສອງຝ່າຍໄດ້ເຕີບໂຕຢ່າງບໍ່ຢຸດຢັ້ງ. ວົງເງິນການຄ້າສອງຝ່າຍໃນປີ 2019 ໄດ້ຂຶ້ນເຖິງ  77.5 ຕື້ USD. ສະເພາະສາມເດືອນຕົ້ນປີ 2020 ບັນລຸໄດ້ 19.5 ຕື້ USD, ເພີ່ມຂຶ້ນ 19.3% ເມືອທຽບກັບປີກາຍ. ຫວຽດນາມ ກັບ ອາເມລິກາ ໄດ້ສ້າງແຜນການກະທຳດ້ວຍຫຼາຍມາດຕະການລະອຽດ, ມຸ່ງໄປເຖິງການດຸ່ນດ່ຽວທາງການຄ້າ ແລະ ໝັ້ນຄົງລະຫວ່າງສອງປະເທດ. ທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ ຢັ້ງຢຶນວ່າ ການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກໃຫ້ບັນດາໂຄງການຂອງ ອາເມລິກາ ແມ່ນບຸລິມະສິດຂອງ ລັດຖະບານ ຫວຽດນາມ.

ສ່ວນທ່ານນາງ Carol Miller ໃຫ້ຮູ້ວ່າລັດ Virginia ແລະ ຫວຽດນາມ ພ້ອມກັນແບ່ງປັນເປົ້າໝາຍລວມ ແມ່ນເພີ່ມທະວີການເຊືຶ່ອມຕໍ່ທາງການຄ້າ, ພິເສດໃນບັນດາຂົງເຂດເຊິ່ງລັດ Virginia ມີທ່າແຮງຄື ພະລັງງານ, ຖ່ານຫີນ, ອາຍແກັດທີ່ເປັນທາດແຫຼວ…ທ່ານ Carol Miller ຢັ້ງຢຶນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເຟື່ອໂຄສະນາພາບພົດຂອງ ຫວຽດນາມ ໃນສະພາແຫ່ງຊາດ ແລະ ລັດຖະບານ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ