ຫວຽດນາມ - ອາເມລິກາ ສະເຫຼີມສະຫຼອງ 25 ປີແຫ່ງວັນຊອກຫາອັດຖິ ທະຫານອາເມລິກາ ຫາຍສາບສູນ

ຫວຽດນາມ - ອາເມລິກາ ສະເຫຼີມສະຫຼອງ 25 ປີແຫ່ງວັນຊອກຫາອັດຖິ ທະຫານອາເມລິກາ ຫາຍສາບສູນ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດອາ​ເມ​ລິ​ກາ ປະຈຳ ຫວຽດນາມ  David B.Shear)

(vovworld) - ​ວັນ​ທີ 25 ກັນຍາ, ​ຢູ່​ຮ່າ​ໂນ​້ຍ, ​ໄດ້​ຈັດ​​ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ຊອກ​ຫາ​ອັດ​ຖິທະຫານ​ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຫວຽດນາມ, ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາງຮອງລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມງອກ, ທ່ານ​ເອກ​ອັກຄະ​ລັດຖະທູດອາ​ເມ​ລິ​ກາ ປະຈຳ ຫວຽດນາມ  David B.Shear ພ້ອມ​ກັນ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ 2 ປະ​ເທດ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີມສະຫຼອງ, ທ່ານ​ນາງຮອງລັດຖະມົນຕີ​ ຮ່າ​ກິມງອກ ຊີ້​ແຈ້ງວ່າ ກ່ອນ​ນີ້ 25 ປີ, ການ​ເຄື່ອນ​ໄຫວ​ຊອກ​ຫາ​ອັດ​ຖິທະຫານ​ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ (MIA) ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ທຳ​ອິດ​ລະຫວ່າງ 2 ປະ​ເທດ ພາຍຫຼັງສົງຄາມສິ້ນ​ສຸດ​ລົງ. ມາ​ຮອ​ດປະຈຸ​ບັນ, ບັນດການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດດັ່ງ​ກ່າວຍັງ​ຄົງ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ. ຫວຽດນາມ ຈະ​ສືບ​ຕໍ່​ສະ​ແດງ​ເຈດ​ຕະນາ​ດີ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ​ກັບ​ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດ​ນີ້. ທ່ານ​ນາງຮອງລັດຖະມົນຕີ​ ຮ່າ​ກິມງອກ ສະ​ເໜີ​​ໃຫ້​ຝ່າຍ​ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອ​ນຫຼັງ​ຈາກ​ສົງຄາມ, ພິ​ເສດ​ແມ່ນ​ກ່ຽວ​ຂ້ອງ​ເຖິງ​ການ​ລ້າງທາດ​ພິດ​ສີສົ້ມ​ດີ​ໂອ​ຊີ​ນ, ກວດ ​ແລະ ທຳລາຍ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ, ຊອກຫາ​ທະຫານ​ຫວຽດນາມ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ.

        ທ່ານ​ເອກ​ອັກຄະ​ລັດຖະທູດອາ​ເມ​ລິ​ກາ ປະຈຳ ຫວຽດນາມ  David B.Shear ຂໍ​ຂອບ​ອົກ​ຂອບ​ໃຈ​ລັດຖະບານ​ ​ແລະ ປະຊາຊົນ​ຫວຽດນາມ ກ່ຽວ​ກັບ​ການ​ຮ່ວມມື​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ໄລຍະ 25 ປີຜ່ານ​ມາ ທີ່​ກ່ຽວຂ້ອງ​ເຖິງ​ການ​ຮ່ວມ​ມື​ມະນຸດສະທຳ MIA ​ແລະ ຫວັງ​ວ່າ ຈະສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ນີ້.

        ພາຍຫຼັງ 25 ປີ, 2 ຝ່າຍ​ໄດ້​ຊອກ​ຫາ ​ແລະ ມອບ​ສົ່ງ​ອັດ​ຖິທະຫານ​ອາ​ເມ​ລິ​ກາ 945 ຊຸດ​ໃຫ້​ແກ່​ຝ່າຍ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ