ຫວຽດ​ນາມ - ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ຮ່ວມ​ມ​ື​ໃນ​ຂົງ​ເຂດ​ພະ​ລັງ​ງານ

(VOVWORLD) -ຄະນະປະຕິບັດງານລະຫວ່າງຂະແໜງໂດຍທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມສະພາການຄ້າການລົງທຶນລະຫວ່າງ ຫວຽດນາມ - ອາເມລິກາ ຕາມການຕົກລົງໃນສັນຍາແມ່ກ່ຽວກັບການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ - ອາເມລິກາ. 
ຫວຽດ​ນາມ - ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ຮ່ວມ​ມ​ື​ໃນ​ຂົງ​ເຂດ​ພະ​ລັງ​ງານ - ảnh 1 ພິທີລົງນາມບົດບັນທຶກຊ່ວຍຈຳເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານລະຫວ່າງ ຫວຽດນາມ ແລະ ອາເມລິກາ

ໃນຂອບເຂດການປະຕິບັດວຽກງານ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດພະລັງງານ. ບົດບັນທຶກດັ່ງກ່າວໄດ້້ສ້າງຂອບເຂດໃໝ່ ເພີ່ມທະວີການຮ່ວມມືຮອບດ້ານໃນບັນດາຂົງເຂດຄື ອາຍແກັດແຫຼວ, ໄຟຟ້າ, ນ້ຳມັນອາຍແກັດ, ຖ່ານຫີນ, ພະລັງງານຜະລິດຄືນໃໝ່, ນຳໃຊ້ພະລັງງານປະຢັດມີປະສິດທິຜົນ. ທ່ານ ເຈິ່ນຕ໊ວນແອັງ ໃຫ້ຮູ້ວ່າ ບົດບັນທຶກໄດ້ສະແດງໃຫ້ເຫັນ ເລື່ອງ 2 ລັດຖະບານຖືເປັນສຳຄັນບັນດາເນື້ອໃນຮ່ວມມືຫຼັກແຫຼ່ງລະຫວ່າງ ຫວຽດນາມ ແລະ ອາເມລິກາໃນອະນາຄົດ, ທ່ານ ເຈິ່ນຕ໊ວນແອັງ ເນັ້ນໜັກວ່າ:

        ດ້ວຍການລົງນາມໃນເອກະສານນີ້, ສອງຝ່າຍໄດ້ກຳນົດທິດບັນດາເປົ້າໝາຍລວມ ແລະ ບັນດາວິທີການແກ້ໄຂໂດຍພື້ນຖານເພື່ອເປີດກວ້າງ ແລະ ສືບຕໍ່ຫັນບັນດາການພົວພັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດໃຫ້ເລິກເຊິ່ງກ່ວາອີກ ກໍ່ຄືສະແດງໃຫ້ເຫັນບົດບາດຂອງສອງລັດຖະບານ, ພິເສດແມ່ນການພົວພັນແລກປ່ຽນ ແລະ ສ້າງບັນດາເງື່ອນໄຂສະດວກທີ່ສຸດໃຫ້ແກ່ປະຊາຄົມວິສາຫະກິດ ແລະ ຄູ່ຮ່ວມມືຂອງສອງຝ່າຍເພື່ອປະຕິບັດບັນດາກາລະໂອກາດ ແລະ ຂຸດຄົ້ນບັນດາໂອກາດສຳຜັດກັບຕະຫຼາດ. ຫວຽດນາມ ກໍ່ຢັ້ງຢືນການກຳນົດທິດວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ ຍ້ອນວ່າ ບໍ່ພຽງແຕ່ແມ່ນການຄ້າສອງສົ້ນລະຫວ່າງສອງປະເທດ ທີ່ນັບມື້ນັບມີການເຕີບໂຕໄວເທົ່ານັ້ນ, ຫາກອາເມລິກາ ຍັງແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນອຸດົມສົມບຸນທີ່ສຸດກ່ຽວກັບບັນດາແຫຼ່ງອາຍແກັດແຫຼວ ທີ່ສະໜອງໃຫ້ ຫວຽດນາມ ໃນບັນດາໄລຍະຈະມາເຖິງອີກດ້ວຍ.

        ທ່ານ Francis Fannon ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາຮັບຜິດຊອບບັນດາບັນຫາພະລັງງານ ກໍ່ຕີລາຄາສູງຄວາມສຳຄັນຂອງບົດບັນທຶກຊ່ວຍຈຳໃນການເພີ່ມທະວີການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ