ຫ​ວຽດ​ນາມ - ອ​າ​ເມ​ລິ​ກາ ໃຫ້​ບຸ​ລິ​ມະ​ສິດ​ສູງ​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

(VOVWORLD) -ຫວຽດນາມ ແລະ ອາເມລິກາ ຈະສົມທົບກັນກະກຽມໃຫ້ແກ່ການໂອ້ລົມທາງໂທລະສັບໃນໄລຍະຈະມາເຖິງລະຫວ່າງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden, ແລະ ມຸ່ງໄປເຖິງການປະຕິບັດການຢ້ຽມຢາມຂັ້ນສູງລະຫວ່າງສອງຝ່າຍໃນຈຸດເວລາທີ່ເໝາະສົມ. 

ນີ້ແມ່ນເນື້ອໃນເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໂອ້ລົມສົນທະນາ ແລະ ເຫັນດີເປັນເອກະພາບໃນການພົບປະຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 12 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ, ປະເທດ ກຳປູເຈຍ.

ຫ​ວຽດ​ນາມ - ອ​າ​ເມ​ລິ​ກາ ໃຫ້​ບຸ​ລິ​ມະ​ສິດ​ສູງ​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ທີ່ກອງປະຊຸມສຸດຍອດ ອາຊຽນ  - ອາເມລິກາ ຄັ້ງທີ 10 (ພາບ: TTXVN)
ການນຳສອງທ່ານໄດ້ຢັ້ງຢືນ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງແກ່ສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ; ເຫັນດີເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ຝາກຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ມາຍັງທ່ານປະທານາທິບໍດີ ອາເມລິກາ Joe Biden ມາ ຢ້ຽມຢາມ ຫວຽດນາມ. ແລະ ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ຈະສັບຊ້ອນເວລາດຳເນີນການຢ້ຽມຢາມໃນຈຸດເວລາທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ