ຫວຽດນາມ ຮັກສາການສົ່ງອອກເກີນດຸ່ນໄປຍັງ ການາດາ

ຫວຽດນາມ ຮັກສາການສົ່ງອອກເກີນດຸ່ນໄປຍັງ ການາດາ - ảnh 1
(ພາບປະກອບ)

(vovworld) - ​ໃນ 2 ​ເດືອນ​ຕົ້ນ​ປີ, ຫວຽດນາມ ຮັກສາ​ລະດັບ​ການ​ສົ່ງ​ອອກ​ເກີນ​ດຸ່ນ​ໄປ​ຍັງ ກາ​ນາ​ດາ ​ແລະ ສືບ​ຕໍ່​ນຳ​ໜ້າ ອາ​ຊຽນ ກ່ຽວ​ກັບ​ວົງ​ເງິນ​ສົ່ງ​ອອກ. ລາຍ​ງານ​ກ່ຽວ​ກັບ​ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ ຫວຽດນາມ - ກາ​ນາ​ດາ, ທ່ານ ຮ່ວາງ​ແອ​ງຢຸງ ຜູ້​ທີ່​ປຶກສາ​ດ້ານ​ການ​ຄ້າ ສະຖານທູດ ຫວຽດນາມ ປະຈຳ ກາ​ນາ​ດາ ​ໃຫ້​ຮູ້​ວ່າ: ການ​ສົ່ງ​ອອກ​ຂອງ ຫວຽດນາມ ​ໄປ​ຍັງ ກາ​ນາ​ດາ ​ໃນ 2 ​ເດືອນ​ຕົ້ນ​ປີ 2017 ບັນລຸ​ກ່ວາ 586 ລ້ານ USD, ​ເພີ່ມ​ຂຶ້ນ 6,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2016 ​ແລະ ສືບຕໍ່ນຳ​ໜ້າ ອາ​ຊຽນ. ບັນດາ​ປະ​ເພດ​ຜະລິດ​ຕະພັນສິນຄ້າ​ສົ່ງ​ອອກຕົ້ນ​ຕໍ່ຂອງ ຫວຽດນາມ ລວມມີ: ​ເຄື່ອງ​ຈັກ, ອຸປະກອນ​ໄຟຟ້າ ​ແລະ ​​ເຄື່ອງເອ​ເລັກ​ໂຕ​ນິກ; ​ເກີບ​ໜັງ​ທຸກ​ຊະນິດ; ຜະລິດ​ຕະພັນ​ຕ່ຳ​ແຜ່ນ​ຕັດຫຍິບ…​ໃນ​ຂະນະ​ນັ້ນ ຫວຽດນາມ ນຳ​ເຂົ້າ​ສິນຄ້າຈາກ ກາ​ນາ​ດາ ກ່ວາ 131 ລ້ານ USD. ດັ່ງ​ນັ້ນ ຫວຽດນາມ ຍັງ​ຄົງ​ສົ່ງ​ອອກ​ເກີນ​ດຸ່ນ​ໄປ​ຍັງ ກາ​ນາ​ດາ 455,5 ລ້ານ USD.


ຕອບກັບ

ຂ່າວ/ບົດ​ອື່ນ