ຫວຽດນາມ ຮັກສາທີ່ຕັ້ງແມ່ນຜູ້ສະໜອງເຂົ້າສານແຖວໜ້າຂອງ ຟີລິບປິນ

(VOVWORLD) - ໃນ 5 ເດືອນຕົ້ນປີ 2023, ຫວຽດນາມ ສົ່ງອອກເຂົ້າສານໃຫ້ແກ່ບັນດາປະເທດໂລກແມ່ນ 3,6 ລ້ານໂຕນ
ຫວຽດນາມ ຮັກສາທີ່ຕັ້ງແມ່ນຜູ້ສະໜອງເຂົ້າສານແຖວໜ້າຂອງ ຟີລິບປິນ - ảnh 1(ພາບປະກອບ: TTXVN)

ກົມຕະຫຼາດອາຊີ - ອາຟະລິກາ (ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ) ໃຫ້ຮູ້ວ່າ, ໃນ 5 ເດືອນຕົ້ນປີ 2023, ຫວຽດນາມ ສົ່ງອອກເຂົ້າສານໃຫ້ແກ່ບັນດາປະເທດໂລກແມ່ນ 3,6 ລ້ານໂຕນ, ໃນນັ້ນປະລິມານເຂົ້າສານສົ່ງໄປຍັງ ຟີລິບປິນ ບັນລຸ 1,5 ລ້ານໂຕນ. ຟີລິບປິນ ສືບຕໍ່ແມ່ນຕະຫຼາດນຳໜ້າກ່ຽວກັບການຈຳໜ່າຍເຂົ້າສານຂອງ ຫວຽດນາມ.

ໃນຂະນະນັ້ນ, ຕາມຕົວເລກຂອງກົມສະຖິຕິ ຟີລິບປິນ ແລ້ວ, ໃນ 5 ເດືອນ ຜ່ານມາ, ຟີລິບປິນ ໄດ້ນຳເຂົ້າ ເຂົ້າສານຈາກ ຫວຽດນາມ ແມ່ນ 1,5 ລ້ານໂຕນ, ກວມເອົາເກືອບ 90% ໃນຈຳນວນ 1,6 ລ້ານກວ່າໂຕນເຊິ່ງປະເທດນີ້ໄດ້ນຳເຂົ້າ. ສະນັ້ນ, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາຜູ້­­ສະໜອງເຂົ້າສານໃຫຍ່ທີ່ສຸດຂອງ ຟີລິບປິນ.

ຕອບກັບ

ຂ່າວ/ບົດ​ອື່ນ