ຫວຽດນາມ - ຮຸງກາລີ ເພີ່ມທະວີການຮ່ວມມືຫຼາຍດ້ານ

(VOVWORLD) - ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ທ່ານນາຍົກລັດຖະມົນຕີຫວຽດນາມ ແລະ ຮຸງກາລີ ຖືວ່າ: ຕ້ອງເສີມຂະຫຍາຍບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ
ຫວຽດນາມ - ຮຸງກາລີ ເພີ່ມທະວີການຮ່ວມມືຫຼາຍດ້ານ - ảnh 1(ທີ່ການໂອ້ລົມເຈລະຈາ)

        ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ ຄັ້ງທີ 54 ທີ່ ດາວອດ, ສະວິດ (WEF Davos 2024), ຕອນບ່າຍວັນທີ 18 ມັງກອນ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປ ນະຄອນຫຼວງ ບູດາເບດ, ເລີ່ມຕົ້ນຢ້ຽມຢາມ ຮຸງກາລີ ຢ່າງເປັນທາງການໃນລະຫວ່າງວັນທີ 18-20 ມັງກອນ, ຕາມຄຳເຊື້ອເຊີນຂອງ ທ່ານນາຍົກລັດຖະມົນຕີ ຮຸງກາລີ Viktor Orban.

   ຕອນບ່າຍວັນທີ 18 ມັງກອນ, ທີ່ສະໜາມຫຼວງຫໍສະພາແຫ່ງຊາດ ຮຸງກາລີ ຢູ່ ນະຄອນຫຼວງ ບູດາເບດ, ທ່ານນາຍົກລັດຖະມົນຕີ ຮຸງກາລີ Viktor Orban ເປັນປະທານໃນພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ມີ ໂອ້ລົມເຈລະຈາແລກປ່ຽນກ່ຽວກັບບັນດາທິດທາງ ແລະ ວິທີການລະອຽດ ແນໃສ່ຍົກການພົວພັນຄູ່ຮ່ວມມື ຮອບດ້ານ ຫວຽດນາມ - ຮຸງກາລີ ກ້າວຂຶ້ນສູ່ລະດັບສູງໃໝ່.

  ກ່ຽວກັບການຮ່ວມມືດ້ານ ການເມືອງ-ການຕ່າງປະເທດ, ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີ ການພົບປະ, ແລກປ່ຽນ ລະຫວ່າງຄະນະຜູ້ແທນທຸກຂັ້ນ. ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ທ່ານນາຍົກລັດຖະມົນຕີຫວຽດນາມ ແລະ ຮຸງກາລີ ຖືວ່າ: ຕ້ອງເສີມຂະຫຍາຍບັນດາ ກົນໄກການຮ່ວມມືທີ່ມີຢູ່ແລ້ວ, ສົ່ງເສີມບັນດາອົງການ ແລະ ວິສາຫະກິດສອງປະເທດ ສືບຕໍ່ຜັນຂະຫຍາຍເນື້ອໃນ ສົນທິສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງມີປະສິດຕິຜົນ ແລະ ຄົບຖ້ວນ. ທ່ານນາຍົກລັດຖະມົນຕີ ຮຸງກາລີ ຢືນຢັນວ່າ:  ໃນນາມເປັນປະທານໝູນວຽນ EU 6 ເດືອນທ້າຍປີ 2024 ຮຸງກາລີ ຈະຊຸກຍູ້ບັນດາປະເທດ ໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວ.  ສ່ວນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ສະເໜີໃຫ້ຄະນະກຳມະການເອີຣົບ (EC) ພິຈາລະນາຍົກເລີກ “ບັດເຫຼືອງ” ກ່ຽວກັບສິນໃນນ້ຳຂອງ ຫວຽດນາມໂດຍໄວ. ສອງຝ່າຍກໍ່ເຫັນດີເປັນເອກະພາບ ຈະຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີມາກ່ອນແລ້ວ ກໍ່ຄືການຮ່ວມມືໃນບັນດາຂົງເຂດໃໝ່. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ ລັດຖະບານ ຮຸງກາລີ ສືບຕໍ່ສ້າງເງື່ອນໄຂອັນສະດວກໃຫ້ປະຊາຄົມຊາວ ຫວຽດນາມ ນັບມື້ນັບເຊື່ອມຕົວເຂົ້າໃນ ສັງຄົມປະເທດເຈົ້າພາບ ຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ.

        ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານນາຍົກລັດຖະມົນຕີຫວຽດນາມ ແລະ ຮຸງກາລີ ຢືນຢັນ: ຈະສະໜັບສະໜູນວິທີການແກ້ໄຂບັນດາຂໍ້ຂັດແຍ້ງໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍ ສາກົນ ແລະ ກົດບັດສະຫະປະຊາຊາດ, ໃນນັ້ນມີການບໍ່ນ້ຳໃຊ້ອາວຸດ ຫຼື ຂົ່ມຂູ່ນຳໃຊ້ອາວຸດ, ຮັບປະກັນຄວາມ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ສາກົນ.

ຫວຽດນາມ - ຮຸງກາລີ ເພີ່ມທະວີການຮ່ວມມືຫຼາຍດ້ານ - ảnh 2
(ນາຍົກລັດຖະມົນຕີ 2 ທ່ານທີ່ການຖະແຫຼງຂ່າວ)

  ພາຍຫຼັງການໂອ້ລົມເຈລະຈາ, ການນຳສອງທ່ານ ໄດ້ເປັນສັກຂີພະຍານພິທີເຊັນສັນຍາ ແລະ ມອບຮັບບັນດາເອກະສານຮ່ວມມື ລະຫວ່າງສອງປະເທດລວມມີ: ສົນທິສັນຍາລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ຮຸງກາລີ ວ່າດ້ວຍການຮ່ວມມືປ້ອງກັນ, ສະກັດກັ້ນອາດສະຍາກຳຂ້າມຊາດ ໂດຍມີການຈັດຕັ້ງ; ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ການຄ້າ ຮຸງກາລີ; ໂຄງການຮ່ວມມືດ້ານວັດທະນະທຳ ລະຫວ່າງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງວັດທະນະທຳ ແລະ ປະດິດສ້າງ ຮຸງກາລີ ໄລຍະປີ 2024-2026.

ຕອບກັບ

ຂ່າວ/ບົດ​ອື່ນ