ຫວຽດນາມ ຮັບດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳ ປຣາຮາ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫວຽດນາມ ສະເໜີຂໍ້ລິເລີ່ມຈຳນວນໜຶ່ງ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຂອງຄະນະກຳມະການໃນໄລຍະ 6 ເດືອນທ້າຍປີ
ຫວຽດນາມ ຮັບດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳ ປຣາຮາ - ảnh 1(ພິທີມອບ-ຮັບຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ)

        ວັນທີ 28 ມິຖຸນາ, ຢູ່ນະຄອນຫຼວງ ປຣາຮາ, ສ.ເຊັກໂກ, ຄະນະກຳມະການ ອາຊຽນ (ACP) ໄດ້ຈັດວາລະປະຊຸມຄັ້ງທີ 26 ເພື່ອຕີລາຄາໝາກຜົນການເຄື່ອນໄຫວໃນໄລຍະ 6 ເດືອນຕົ້ນປີ 2024 ແລະ ຈັດພິທີມອບສິດປະທານໝູນວຽນ ACP ຈາກທ່ານເອກອັກຄະລັດຖະທູດ ມາເລເຊຍ Suzilah Mohd Sidek, ໃຫ້ແກ່ທ່ານເອກອັກຄະລັດຖະທູດ ຫວຽດນາມ ເຢືອງຮ່ວາຍນາມ.

        ທີ່ວາລະປະຊຸມ, ໃນຖານະຕຳແໜ່ງປະທານໝູນວຽນຂອງ ACP, ທ່ານເອກອັກຄະລັດຖະທູດ ຫວຽດນາມ ສະເໜີຂໍ້ລິເລີ່ມຈຳນວນໜຶ່ງ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຂອງຄະນະກຳມະການໃນໄລຍະ 6 ເດືອນທ້າຍປີ, ຄື: ຈັດພິທີສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງ ອາຊຽນ (08 ສິງຫາ), ສັບປະດາຮູບເງົາ ອາຊຽນ (ແຕ່ວັນທີ 02 - 09 ກັນຍາ), ງານຕະຫຼາດນັດສິນຄ້າ ແລະ ວັດທະນະທຳອາຫານການກິນ ອາຊຽນ…

        ສິ້ນສຸດວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ມາເລເຊຍ Suzilah Mohd Sidek ພ້ອມກັບທ່ານເອກອັກຄະລັດຖະທູດ ຫວຽດນາມ ເຢືອງຮ່ວາຍນາມ ໄດ້ລົງນາມໃນເອກະສານມອບ-ຮັບຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ໃຫ້ແກ່ ຫວຽດນາມ, ແຕ່ວັນທີ 01 ກໍລະກົດ - 31 ທັນວາ ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ