ຫວຽດນາມ ຮັບປະກັນການປະຕິບັດບັນດາຫຼັກການອຳນາດກົດໝາຍລະດັບຊາດ ແລະ ສາກົນຢ່າງແຮງ

(VOVWORLD) - ນີ້ແມ່ນວິທີເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມສາມັກຄີ, ຮັບມືກັບບັນດາສິ່ງທ້າທາຍລວມຢ່າງມີປະສິດທິຜົນ.
ຫວຽດນາມ ຮັບປະກັນການປະຕິບັດບັນດາຫຼັກການອຳນາດກົດໝາຍລະດັບຊາດ ແລະ ສາກົນຢ່າງແຮງ  - ảnh 1(ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ)

ວັນທີ 17 ຕຸລາ, ຄະນະກຳມະການບັນດາບັນຫານິຕິກຳສາກົນ (ຄະນະກຳມະການທີ 6) ຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ໄດ້ຈັດວາລະປຶກສາຫາລືຢູ່ ນິວຢອກ, ອາເມລິກາ, ດ້ວຍຫົວຂໍ້ຊຸກຍູ້ອຳນາດກົດໝາຍໃນລະດັບຊາດ ແລະ ສາກົນ.

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການປະຕິບັດອຳນາດກົດໝາຍທຸກຂັ້ນ ແມ່ນສຳຄັນທີ່ສຸດຕໍ່ການພັດທະນາຂອງແຕ່ລະປະເທດ ແລະ ປະຊາຄົມສາກົນ. ນີ້ແມ່ນວິທີ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມສາມັກຄີ, ຮັບມືກັບບັນດາສິ່ງທ້າທາຍລວມຢ່າງມີປະສິດທິຜົນ.

ເມື່ອແບ່ງປັນຄວາມມານະພະຍາຍາມຊຸກຍູ້ອຳນາດກົດໝາຍຢູ່ພາກພື້ນ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຈູງ ໃຫ້ຮູ້ວ່າ, ບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ ຍັງສ້າງຄວາມວິຕົກກັງວົນ, ສົ່ງຜົນສະທ້ອນເຖິງ ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ສະນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ທຸກຝ່າຍທີ່ກ່ຽວຂ້ອງຕ້ອງເຄົາລົບກົດໝາຍສາກົນ ກໍຄືວິວັດທະນາການດ້ານການທູດ, ນິຕິກຳ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໃຫ້ຮູ້ວ່າ, ຫວຽດນາມ ພວມສືບຕໍ່ປະຕິບັດການປະຕິຮູບດ້ານຕຸລາການ, ປັບປຸງລະບົບກົດໝາຍ, ພ້ອມກັນນັ້ນ ກໍ່ຈະສົມທົບກັບ ສປຊ ແລະ ບັນດາຄູ່ຮ່ວມມືອື່ນໆຢ່າງແໜ້ນແຟ້ນ ເພື່ອແນໃສ່ຊຸກຍູ້ ແລະ ຮັບປະກັນການປະຕິບັດບັນດາຫຼັກການອຳນາດກົດໝາຍໃນລະດັບຊາດ ແລະ ສາກົນຢ່າງແຮງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ