ຫວຽດ​ນາມ ຮັບ​ພົນ​ລະ​ເມືອງ ຫວຽດ​ນາມ ​ຢູ່​ ຝະ​ລັ່ງ ແລະ ບາງ​ປະ​ເທດໃກ້ຄຽງຢູ່ ເອີ​ລົບ ກັບ​ເມ​ືອປະ​ເທດ

(VOVWORLD) -ໃນລະຫວ່າງວັນທີ 28-29 ມິຖຸນາ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ຝະລັງ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ບໍລິສັດການບິນແຫ່ງຊາດ ຫວຽດນາມ, ບັນດາອົງການກ່ຽວຂ້ອງຂອງ ຝະລັ່ງ ໄດ້ຈັດຖ້ຽວບິນຮັບພົນລະເມືອງ ຫວຽດນາມ ຈາກ ຝະລັ່ງ ແລະ ບາງປະເທດໃກ້ຄຽງຢູ່ ເອີລົບ ກັບເມືອປະເທດດ້ວຍຈຳນວນກ່ວາ 280 ຄົນ. 

ຫວຽດ​ນາມ ຮັບ​ພົນ​ລະ​ເມືອງ ຫວຽດ​ນາມ ​ຢູ່​ ຝະ​ລັ່ງ ແລະ ບາງ​ປະ​ເທດໃກ້ຄຽງຢູ່ ເອີ​ລົບ ກັບ​ເມ​ືອປະ​ເທດ - ảnh 1ພົນລະເມືອງ ຫວຽດນາມ ຢູ່ ຝະລັ່ງ ແລະ ບາງປະເທດໃກ້ຄຽງຢູ່ ເອີລົບ ກັບເມືອປະເທດ

(ພາບ: ກະຊວງການຕ່າງປະເທດ)

ໃນຈຳນວນນີ້ສ່ວນຫຼາຍແມ່ນເດັກນ້ອຍ, ນັກສຶກສາ ຫວຽດນາມ ໄປຮຽນຢູ່ຕ່າງປະເທດທີ່ໄດ້ຮຽນຈົບ ແລະ ພວມປະສົບຄວາມຫຍຸ້ງຍາກກ່ຽວກັບສະຖານທີ່ພັກເຊົາ, ຜູ້ອາຍຸສູງ, ຄົນມີພະຍາດປະຈຳຕົ່ວ, ຜູ້ຍິງຖືພາ, ຄົນທີ່ໄປປະຕິບັດງານ, ຜູ້ອອກແຮງງານທີ່ໝົດກຳນົດສັນຍາອອກແຮງງານຖືກຕິດຄ້າງຍ້ອນໂລກລະບາດໂຄວິດ-19.

ໃນໄລຍະຈະມາເຖິງ, ຕາມຄວາມມຸ່ງຫວັງຂອງພົນລະເມືອງ, ບັນດາອົງການທີ່ມີໜ້າທີ່ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດາຖ້ຽວບິນບໍລິການແບບການຄ້າເພື່ອຮັບພົນລະເມືອງ ຫວຽດນາມ ກັບເມືອປະເທດຕາມຈິດໃຈຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ