ຫວຽດນາມ ຮັບມືກັບສິ່ງທ້າທາຍໃໝ່ເພື່ອຮັກສາການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ

(VOVWORLD) - ນັກປະຖະກະຖາຢູ່ພາຍໃນປະເທດ ແລະ ສາກົນຫຼາຍທ່ານໄດ້ຕີລາຄາໂດຍສັງເຂບກ່ຽວກັບສະພາບການພັດທະນາຂອງ ຫວຽດນາມ ໃນໄລຍະ 30 ປີຜ່ານມາ
ຫວຽດນາມ ຮັບມືກັບສິ່ງທ້າທາຍໃໝ່ເພື່ອຮັກສາການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ - ảnh 1 ທີ່ການໂອ້ລົມສົນທະນາ
(ພາບ: NEU)

        “30 ປີແຫ່ງການພັດທະນາຂອງ ຫວຽດນາມ: ຫວນຄືນອະດີດຕະການ ແລະ ຮັບມືກັບສິ່ງທ້າທາຍໃໝ່” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນານະໂຍບາຍ, ເຊິ່ງໄດ້ດຳເນີນໃນວັນທີ 22 ກຸມພາ, ຢູ່ ຮ່າໂນ້ຍ, ໂດຍມະຫາວິທະຍາໄລ່ເສດຖະກິດແຫ່ງຊາດ ຫວຽດນາມ ສົມທົບກັບສະຖາບັນຄົ້ນຄວ້ານະໂຍບາຍແຫ່ງຊາດຍີ່ປຸ່ນ ຈັດຂຶ້ນ.

        ທີ່ການໂອ້ລົມສົນທະນາ, ນັກປະຖະກະຖາຢູ່ພາຍໃນປະເທດ ແລະ ສາກົນຫຼາຍທ່ານໄດ້ຕີລາຄາໂດຍສັງເຂບກ່ຽວກັບສະພາບການພັດທະນາຂອງ ຫວຽດນາມ ໃນໄລຍະ 30 ປີຜ່ານມາ ແລະ ໄຈ້ແຍກບັນດາສິ່ງທີ່ຍັງຄົງຄ້າງ, ບັນຫາວາງອອກໃຫ້ແກ່ພື້ນຖານເສດຖະກິດ. ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ໄລຍະ 2024 – 2030 ແມ່ນໄລຍະຕັດສິນເພື່ອໃຫ້ ຫວຽດນາມ ຫັນປ່ຽນຕົນເອງໃຫ້ກາຍເປັນປະເທດອຸດສາຫະກຳ ຕາມເນື້ອໃນຈິດໃຈຂອງຍຸດທະສາດພັດທະນາເສດຖະກິດ - ສັງຄົມ ຫວຽດນາມ ໄລຍະ 2021 – 2030. ນີ້ແມ່ນຈຸດເວລາສຳຄັນ ແລະ ເປີດໂອກາດພັດທະນາຫຼາຍຢ່າງໃຫ້ແກ່ເສດຖະກິດ ຫວຽດນາມ.

        ທ່ານສາດສະດາຈານ Kenichi Ohno, ສັງກັດສະຖາບັນຄົ້ນຄວ້ານະໂຍບາຍແຫ່ງຊາດ ຍີ່ປຸ່ນ, ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ບັນລຸຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ, ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຕ້ອງຍົກສູງກຳລັງນຳພາ, ກໍຄືຕັ້ງໜ້າຊຸກຍູ້ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ