ຫວຽດ​ນາມ ຮັບ​ວັກ​ຊິນ Pfizer ກວ່າ 2,6 ລ້ານ​ໂດ​ສ ຈາກ ອາ​ເມ​ລິ​ກາ

(VOVWORLD) -ມີວັກຊິນຈຳນວນກວ່າ 1,3 ລ້ານໂດສ ໄດ້ສົ່ງມາຮອດ ຮ່າໂນ້ຍ ໃນວັນທີ 24 ຕຸລາ ແລະ ກວ່າ 1,3 ລ້ານໂດສ ໄດ້ສົ່ງມາຮອດນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 25 ຕຸລາ.
ຫວຽດ​ນາມ ຮັບ​ວັກ​ຊິນ Pfizer ກວ່າ 2,6 ລ້ານ​ໂດ​ສ ຈາກ ອາ​ເມ​ລິ​ກາ - ảnh 1ຫວຽດນາມ ຮັບວັກຊິນກັນພະຍາດໂຄວິດ - 19 ຜ່ານໂຄງການ COVAX (ພາບ: UNICEF)

ຕາມແຫຼ່ງຂ່າວຈາກຄະນະທູຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ແລ້ສ, COVAX ໄດ້ມອບວັກຊິນ Pfizer – BioNTech ຕື່ມອີກກວ່າ 2,6 ລ້ານໂດສ ໂດຍ ອາເມລິກາ ມອບໃຫ້ ເພື່ອໜູນຊ່ວຍ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19. ໃນນັ້ນ, ມີວັກຊິນຈຳນວນກວ່າ 1,3 ລ້ານໂດສ ໄດ້ສົ່ງມາຮອດ ຮ່າໂນ້ຍ ໃນວັນທີ 24 ຕຸລາ ແລະ ກວ່າ 1,3 ລ້ານໂດສ ໄດ້ສົ່ງມາຮອດນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 25 ຕຸລາ.

        ນີ້ແມ່ນຄັ້ງທີ 6  ເຊິ່ງ ອາເມລິກາ ໄດ້ມອບວັກຊິນໃຫ້ແກ່ ຫວຽດນາມ ຜ່ານໂຄງການ COVAX, ອັນໄດ້ຍົກຈຳນວນວັກຊິນກັນພະຍາດໂຄວິດ - 19 ທັງໝົດທີ່ມອບໃຫ້ ຫວຽດນາມ ຂຶ້ນເປັນ 12,1 ລ້ານໂດສ.


ຕອບກັບ

ຂ່າວ/ບົດ​ອື່ນ