ຫວຽດນາມ ຮັບຮູ້ບັນດາອົງການເຈົ້າໜ້າທີ່ຂອງມາເລເຊຍ ໄດ້ຕັ້ງໜ້າແກ້ໄຂເຫດການ ດ່ວານທິເຮືອງ

(VOVWORLD) -ຫວຽດນາມ ມີຄວາມປິຕິຊົມຊື່ນຕໍ່ເລື່ອງພົນລະເມືອງ ດ່ວານທິເຮືອງ ຖືກປ່ອຍຕົວ.

ຫວຽດນາມ ຮັບຮູ້ບັນດາອົງການເຈົ້າໜ້າທີ່ຂອງມາເລເຊຍ ໄດ້ຕັ້ງໜ້າແກ້ໄຂເຫດການ ດ່ວານທິເຮືອງ - ảnh 1  ດ່ວານທິເຮືອງ ຖືກປ່ອຍຕົວ

(ພາບ: dantri.com.vn)

ນີ້ແມ່ນຄຳຢືນຢັນຂອງທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ຕໍ່ໜ້າເລື່ອງ ວັນທີ 03 ພຶດສະພາ, ພົນລະເມືອງຫວຽດນາມ ດ່ວານທິເຮືອງ ຖືກປ່ອຍຕົວ ແລະ ກັບເມືອເຕົ້າໂຮມພ້ອມກັບຄອບຄົວຢູ່ຫວຽດນາມ. ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ນີ້ແມ່ນໝາກຜົນຂອງບັນດາຄວາມມານະພະຍາຍາມປົກປ້ອງພົນລະເມືອງຫວຽດນາມ ຂອງລັດຖະບານ, ກະຊວງການຕ່າງປະເທດ, ບັນດາອົງການທີ່ກ່ຽວຂ້ອງ ແລະ ສະຫະພັນທະນາຍຄວາມຂອງຫວຽດນາມ ພ້ອມກັບບັນດາທະນາຍຄວາມຊາວມາເລເຊຍ. ພ້ອມກັນນັ້ນ, ຫວຽດນາມ ກໍ່ໄດ້ຮັບຮູ້ບັນດາອົງການເຈົ້າໜ້າທີ່ຂອງມາເລເຊຍ ໄດ້ຕັ້ງໜ້າແກ້ໄຂເຫດການຂອງ ດ່ວານທິເຮືອງ ໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ