ຫວຽດນາມ ຮັບເອົາບັນດາບົດຮຽນຂອງ ເອີຣົບ ໃນການຮັບປະກັນຊີວິດສັງຄົມ

(VOVWORLD) - ຕອນເຊົ້າວັນທີ 16 ພຶດສະພາ, ທີ່ນະຄອນ ຍາຈາງ, ແຂວງ ແຄ໊ງຮ່ວາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງແຜນການ ແລະ ການລົງທຶນ ແລະ ຄະນະກຳມະການປະຊາຊົນແຂວງ ແຄ໊ງຮ່ວາ ຈັດຕັ້ງ “ກອງປະຊຸມ ASEM ກ່ຽວກັບການຊຸກຍູ້ພັດທະນາກວມລວມທາງດ້ານເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີຣົບ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກເກື່ອງ ຢືນຢັນວ່າ: ບັນດາພາກພື້ນ ແລະ ບັນດາປະເທດພວມຢືນຢູ່ຕໍ່ໜ້າທັງມີກາລະໂອກາດ ແລະ ສິ່ງທ້າທາຍ ແລະ ຫລາຍສົ້ນ…ສະນັ້ນ, ASEM ຄວນເຫັນດີເປັນເອກະພາບຕໍ່ຄວາມຮັບຮູ້ ແລະ ການກະທຳເພື່ອຮັບປະກັນການພັດທະນາແບບຍືນຍົງ, ປະດິດຄິດສ້າງ ແລະ ກວມລວມ ກາຍເປັນເປົ້າໝາຍສູງສຸດຂອງການເຕີບໂຕ ແລະ ແມ່ນກຳລັງໜູນໃຫ້ແກ່ຄວາມວັດທະນາຖາວອນຢູ່ ອາຊີ ແລະ ເອີຣົບ.

ຫວຽດນາມ ຮັບເອົາບັນດາບົດຮຽນຂອງ ເອີຣົບ ໃນການຮັບປະກັນຊີວິດສັງຄົມ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

        ທ່ານ ຢວານເມົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ໄດ້ປະຕິບັດຍຸດທະສາດການພັດທະນາແບບຍືນຍົງໂດຍຜ່ານການຮັບປະກັນການເຕີບໂຕເສດຖະກິດທີ່ຕິດພັນກັບການປະຕິບັດຄວາມກ້າວໜ້າ, ຍຸຕິທຳສັງຄົມ, ເພີ່ມທະວີລະບົບຮັບປະກັນຊີວິດສັງຄົມໃຫ້ປະຊາຊົນທຸກຄົນ. ໃນໄລຍະຜ່ານມາ, ຫວຽດນາມ ກໍ່ຮັບເອົາບັນດາບົດຮຽນ ໂດຍບັນດາປະເທດ ເອີຣົບ ແບ່ງປັນໃນການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບການຮັບປະກັນຊີວິດສັງຄົມຄືການປະກັນໄພ, ຫລຸດຜ່ອນຄວາມທຸກຍາກ.

        ກອງປະຊຸມແນໃສ່ຜັນຂະຫຍາຍຂໍ້ລິເລີ່ມຂອງ ຫວຽດນາມ ເຊິ່ງໄດ້ຮັບຮອງເອົາຢູ່ກອງປະຊຸມຂັ້ນສູງ ASEM ຄັ້ງທີ 12 ຢູ່ ບຣຸກແຊນ, ປະເທດ ແບນຊິກ ເມື່ອເດືອນ ຕຸລາ 2018. ເຂົ້າຮ່ວມກອງປະຊຸມມີຜູ້ແທນປະມານ 100 ທ່ານທີ່ມາຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ແລະ ຜູ້ແທນສາກົນ 80 ທ່ານທີ່ມາຈາກ 53 ປະເທດສະມາຊິກ ASEM, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ