ຫວຽດນາມ ຮ່ວມມືກັບ ສະພາໂອແລັມປິກ ອາຊີ ປະຕິບັດຫຼາຍໂຄງການສະຫງວນໃຫ້ແກ່ນັກກິລາ

(VOVWORLD) -  ວັນທີ 6 ພະຈິກ, ທີ່ຮ່າໂນ້ຍ, ທ່ານ ເວືອງບິກຖັງ ຫົວໜ້າກົມໃຫຍ່ກິລາກາຍຍະກຳ ຫວຽດນາມ ໄດ້ເຮັດວຽກກັບ ຄະນະພະນັກງານ ສະພາໂອແລັມປິກ ອາຊີ ໂດຍທ່ານ David DS Moon, ສະມາຊິກຄະນະບໍລິຫານງານ ສະພາໂອແລັມປິກ ອາຊີ ເປັນຫົວໜ້າຄະນະ.
ຫວຽດນາມ ຮ່ວມມືກັບ ສະພາໂອແລັມປິກ ອາຊີ ປະຕິບັດຫຼາຍໂຄງການສະຫງວນໃຫ້ແກ່ນັກກິລາ - ảnh 1 ທີ່ການເຮັດວຽກ ພາບ: toquoc.vn)

ທ່ານ David DS Moon ໃຫ້ຮູ້ວ່າ ການມາຢ້ຽມຢາມຂອງ ສະພາໂອແລັມປິກ ອາຊີ ຄັ້ງນີ້ ແມ່ນເລີ່ມມາຈາກແຜນນະໂຍບາຍການພັດທະນາ ບົດບາດຂອງນັກກິລາ ໂດຍຜ່ານການສ້າງຕັ້ງ, ພັດທະນາບັນດາຄະນະກຳມະການນັກກິລາ ທີ່ຂຶ້ນກັບຄະນະກຳມະການ ໂອແລັມປິກແຫ່ງຊາດ. ສະພາໂອແລັມປິກ ອາຊີ ປາຖະໜາຢາກຜັນຂະຫຍາຍໂຄງການບຳລຸງສ້າງນັກກິລາ ເພື່ອແນໃສ່ສ້າງເງື່ອນໄຂ ເລີ່ມສ້າງອາຊີບໃຫ້ແກ່ນັກກິລາ ພາຍຫຼັງສິ້ນສຸດເກນອາຍຸເປັນນັກກິລາແຂ່ງຂັນ.

ເມື່ອແລກປ່ຽນກັບທ່ານ David DS Moon ກ່ຽວກັບ ໂຄງການບຳລຸງສ້າງນັກກິລາ ເພື່ອແນໃສ່ສ້າງເງື່ອນໄຂ ເລີ່ມສ້າງອາຊີບໃຫ້ແກ່ນັກກິລາ ພາຍຫຼັງສິ້ນສຸດເກນອາຍຸເປັນນັກກິລາແຂ່ງຂັນ, ທ່ານ ເວືອງບິກຖັງ ຫົວໜ້າກົມໃຫຍ່ກິລາກາຍຍະກຳ ຫວຽດນາມ ຖືວ່າ ນີ້ແມ່ນເນື້ອໃນເຊິ່ງລັດຖະບານ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ຫວຽດນາມ ມີຄວາມສົນໃຈທີ່ສຸດ; ພ້ອມກັນນັ້ນ ກໍ່ປາຖະໜາວ່າ ໂຄງການດັ່ງກ່າວຈະໄດ້ຮັບການປະຕິບັດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ