ຫວຽດ​ນາມ ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ

(VOVWORLD) -ຕອນເຊົ້າວັນທີ 17 ພຶດສະພາ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ San Francisco, ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ start up ໂດຍສະຖາບັນຄົ້ນຄວ້ານະໂຍບາຍ Asia Society ຈັດຂຶ້ນ.
ຫວຽດ​ນາມ ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: VGP)

ເມື່ອແລກປ່ຽນກ່ຽວກັບຫົວຂໍ້ນີ້, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຖືການ start up, ວິທະຍາສາດເຕັກໂນໂລຢີ ເປັນກຳລັງໜູນແກ່ການພັດທະນາໃໝ່. ສະນັ້ນ, ທ່ານຫວັງວ່າ ບັນດາຄູ່ຮ່ວມມື ອາເມລິກາ ຈະສືບຕໍ່ຊຸກຍູ້ການເຄື່ອນໄຫວຮ່ວມມືເວົ້າລວມ, ການ start up ປ່ຽນແປງໃໝ່ປະດິດຄິດສ້າງເວົ້າສະເພາະ ແລະ ສົມທົບກັບ ຫວຽດນາມ ປຸກລະດົມ, ຮ່ວມແຮງຮ່ວມໃຈສ້າງຂະບວນການ start up ໃນທົ່ວປວງຊົນ, ແກ້ໄຂບັນດາບັນຫາທີ່ມີລັກສະນະທົ່ວໂລກ, ທົ່ວປວງຊົນ ດ້ວຍຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ… ທ່ານນາຍົກລັດຖະມົນຕີ ກໍຊີ້ແຈ້ງວ່າ ການຮ່ວມມື start up ລະຫວ່າງສອງຝ່າຍຄວນສຸມໃສ່ບັນດາບັນຫາຄື ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ຫັນເປັນເຕັກໂນໂລຢີ, ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ…

        ໃນວາລະຖາມ-ຕອບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ພວມສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບເພື່ອຕ້ອນຮັບວິສາຫະກິດ start up. ພ້ອມດຽວກັນນັ້ນ, ຫວຽດນາມ ພວມຊຸກຍູ້ກະກຽມລະບົບພື້ນຖານໂຄງລ່າງຄືເຕັກໂນໂລຢີຂໍ້ມູນຂ່າວສານ, ຖານຂໍ້ມູນໃຫຍ່, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງກວ່າ ເພື່ອກຽມຄວາມພ້ອມເມື່ອນັກລົງທຶນຕ່າງປະເທດເຂົ້າມາ ຫວຽດນາມ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ