ຫວຽດນາມ ຮ່ວມມືກັບປະຊາຄົມສາກົນເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ

(VOVWORLD) - ຕ້ອງຊຸກຍູ້ການຮ່ວມມືສາກົນ ເພື່ອໜູນຊ່ວຍບັນດາປະເທດ ປະຕິບັດບັນດາຄຳໝັ້ນສັນຍາສາກົນເພື່ອຮັບປະກັນການເຂົ້າຮ່ວມຢ່າງຄົບຖ້ວນ, ສະເໝີພາບ ແລະ ມີຄວາມໝາຍຂອງແມ່ຍິງ ແລະ ເດັກຍິງໃນທຸກຂົງເຂດ ຂອງຊີວິດສັງຄົມ
ຫວຽດນາມ ຮ່ວມມືກັບປະຊາຄົມສາກົນເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ  - ảnh 1 (ທີ່ກອງປະຊຸມປຶກສາຫາລື)

          ວັນທີ 03 ຕຸລາ, ຢູ່ ນິວຢອກ, ອາເມລິກາ, ຄະນະກຳມະການບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນຫາຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງ.

          ທີ່ກອງປະຊຸມປຶກສາຫາລື, ທ່ານນາງອັກຄະລັດຖະທູດ ເລທິມິນທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ສະເໜີແນະບາງມາດຕະການແກ້ໄຂເພື່ອຊຸກຍູ້ບົດບາດ ແລະ ການເຂົ້າຮ່ວມຂອງແມ່ຍິງໃນບັນດາຂົງເຂດຂອງຊີວິດສັງຄົມ. ຕາມນັ້ນແລ້ວ, ຜູ້ຕາງໜ້າ ຫວຽດນາມ ໃຫ້ຮູ້ວ່າ: ຕ້ອງຊຸກຍູ້ການຮ່ວມມືສາກົນ ເພື່ອໜູນຊ່ວຍບັນດາປະເທດປະຕິບັດບັນດາຄຳໝັ້ນສັນຍາສາກົນເພື່ອຮັບປະກັນ ການເຂົ້າຮ່ວມຢ່າງຄົບຖ້ວນ, ສະເໝີພາບ ແລະ ມີຄວາມໝາຍຂອງແມ່ຍິງ ແລະ ເດັກຍິງໃນທຸກຂົງເຂດ ຂອງຊີວິດສັງຄົມ, ປະກອບສ່ວນສະກັດກັ້ນການໃຊ້ຄວາມຮຸນແຮງ, ການຈຳແນກປະພຶດ. ໃນສະພາບການຫັນເປັນດີຈີຕອນ, ຕ້ອງສຸມໃສ່ຍົກສູງຄຸນນະພາບແຮງງານເພດຍິງກ່ຽວກັບທັກສະດີຈີຕອນ, ຊຸກຍູ້ບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດດີຈີຕອນ. ພ້ອມກັນນັ້ນ, ຕ້ອງສ້າງເງື່ອນໄຂເພື່ອພັດທະນາໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນບັນດາຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ, ປົກປ້ອງສິດຂອງແມ່ຍິງໃນສະພາບແວດລ້ອມດິຈິຕອນ.

          ເນື່ອງໃນໂອກາດນີ້, ຜູ້ຕາງໜ້າ ຫວຽດນາມ ໄດ້ຍົກອອກບັນດາໝາກຜົນ ແລະ ບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນການຮັບປະກັນສິດທິຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງຊາຍໃນການວາງນະໂຍບາຍ, ສ້າງກົດໝາຍ ແລະ ຍຸດທະສາດການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ