ຫວຽດນາມ ຮ່ວມມືຫັນບັນດາກາລະໂອກາດໃນສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງແກ່ທຸກຄົນ

(VOVWORLD) -  ກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ວຽກເຮັດງານທຳ G20 ຕາມຮູບການທາງອອນລາຍໄດ້ດຳເນີນໃນຕອນຄ່ຳວັນທີ 10 ກັນຍາ, ໂດຍປະເທດປະທານ G20 ອາຣັບບິ ຊະອຸດິ ຈັດຕັ້ງ. ຫວຽດນາມ ເຂົ້າຮ່ວມດ້ວຍບົດບາດເປັນປະເທດປະທານ ອາຊຽນ 2020.
ຫວຽດນາມ ຮ່ວມມືຫັນບັນດາກາລະໂອກາດໃນສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງແກ່ທຸກຄົນ - ảnh 1 ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ 

        ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາລັດຖະມົນຕີກະຊວງແຮງງານ ແລະ ວຽກເຮັດງານທຳ G20 ປີ 2020 ແມ່ນ “ຫັນບັນດາກາລະໂອກາດໃນສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງແກ່ທຸກຄົນ”. ຖະແຫຼງການເນັ້ນໜັກວ່າ ບັນດາປະເທດຈະຮ່ວມມືຢ່າງແໜ້ນແຟ້ນ ເພື່ອຮັບມືກັບໂລກລະບາດໂຄວິດ-19, ຮັບປະກັນໃຫ້ບັນດາຄວາມມານະພະຍາຍາມຟື້ນຟູເສດຖະກິດ ແລະ ຕະຫລາດແຮງງານ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢືນຢັນເຖິງ ຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງຕໍ່ຖະແຫຼງການຂອງລັດຖະມົນຕີແຮງງານ ແລະ ວຽກເຮັດງານທຳ G20. ທ່ານລັດຖະມົນຕີ ດ່າວງອັກຢຸງ ກໍ່ແບ່ງປັນເລື່ອງລັດຖະບານ ຫວຽດນາມ ໄດ້ໜູນຊ່ວຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 62 ພັນຕື້ດົ່ງ ໃຫ້ຊາວຜູ້ອອກແຮງງານ ແລະ ວິສາຫະກິດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ