ຫວຽດນາມ ຮ່ວມມືເປີດກວ້າງຕະຫຼາດສົ່ງອອກຜະລິດຕະພັນກະເສດສະບຽງອາຫານ

(VOVWORLD) -ການຄ້າກະສິກຳຂ້າມຊາຍແດນໄດ້ດຳເນີນໄປດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາອົງການສົ່ງເສີມການຄ້າ, ປະຊາຄົມວິສາຫະກິດອິນເດຍ ແລະ 3 ປະເທດເຂດອະນຸພາກພື້ນແມ່ນ້ຳຂອງ
ຫວຽດນາມ ຮ່ວມມືເປີດກວ້າງຕະຫຼາດສົ່ງອອກຜະລິດຕະພັນກະເສດສະບຽງອາຫານ - ảnh 1(ພາບປະກອບ: TTXVN)

ວັນທີ 11 ຕຸລາ, ໂຄງການເຊື່ອມຕໍ່ການແລກປ່ຽນການຄ້າອິນເດຍ - ແມ່ຂອງ ໄລຍະທີ 2: ການຄ້າກະສິກຳຂ້າມຊາຍແດນໄດ້ດຳເນີນໄປດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາອົງການສົ່ງເສີມການຄ້າ, ປະຊາຄົມວິສາຫະກິດອິນເດຍ ແລະ 3 ປະເທດເຂດອະນຸພາກພື້ນແມ່ນ້ຳຂອງ, ລວມມີ: ຫວຽດນາມ, ໄທ, ກຳປູເຈຍ ແບບທາງໄກ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເລຮ່ວາງຕ່າຍ, ຮອງຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳການຄ້າຫວຽດນາມ), ເນັ້ນໜັກວ່າ: ເລື່ອງເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃໝ່ ແລະ ເຊື່ອມໂຍງດ້ານເສດຖະກິດເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງນັ້ນ ໄດ້ນຳມາເຊິ່ງບັນດາກາລະໂອກາດໃຫຍ່ໃຫ້ແກ່ຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ສາມາດຮ່ວມມືກັບອິນເດຍ, ກຳປູເຈຍ, ໄທ ເປີດກວ້າງຕະຫຼາດສົ່ງອອກຜະລິດຕະພັນກະເສດສະບຽງອາຫານ. ວິສາຫະກິດຫວຽດນາມ ຄວນນຳໃຊ້ກາລະໂອກາດແລກປ່ຽນການຄ້າກັບວິສາຫະກິດ ອິນເດຍ, ໄທ, ກຳປູເຈຍ ຢ່າງສຸດຂີດ ເພື່ອພ້ອມກັນຊອກຮູ້ຄວາມຕ້ອງການຂອງກັນ, ກ້າວໄປເຖິງການຮ່ວມມືດຳເນີນທຸລະກິດ.

        ທີ່ເຫດການ, ບັນດາຜູ້ແທນ, ວິສາຫະກິດ ກໍ່ສະແດງຄວາມສົນໃຈເຖິງລະບົບພາສີ ແລະ ລະບຽບການສົ່ງອອກ- ນຳເຂົ້າຂອງບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ