ຫວຽດນາມ ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກກ່ຽວກັບອາກາດ, ສິ່ງແວດລ້ອມ

(VOVWORLD) -  ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ມີບົດຄຳເຫັນສຳຄັນ, ຢັ້ງຢືນຄວາມຕັດສິນໃຈ, ຄຳໝັ້ນສັນຍາ, ຄວາມຮັບຜິດຊອບຂອງ ຫວຽດນາມ
ຫວຽດນາມ ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກກ່ຽວກັບອາກາດ, ສິ່ງແວດລ້ອມ - ảnh 1ທ່ານ ຫງວຽນຄັກດິ້ງຮອງປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ກ່ຽວກັບຊີວະນາໆພັນ 
(ພາບ:VOV)

ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ລັດເຊຍ  ນຳໜ້າ, ເຂົ້າຮ່ວມກອງປະຊຸມໃຫຍ່ຊີວະພາບສາກົນ Nevsky  ຄັ້ງທີ 10 ຢູ່ນະຄອນ Saint Peterburg, ສະຫະພັນລັດເຊຍ, ແຕ່ວັນທີ 24 27 ພຶດສະພາ.

ວັນທີ 26 ພຶດສະພາ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ມີບົດຄຳເຫັນສຳຄັນ, ຢັ້ງຢືນຄວາມຕັດສິນໃຈ, ຄຳໝັ້ນສັນຍາ, ຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນສາກົນແກ້ໄຂບັນດາສິ່ງທ້າທາຍຮ້າຍແຮງທົ່ວໂລກ ກ່ຽວຂ້ອງເຖິງດິນຟ້າອາກາດ, ສິ່ງແວດລ້ອມ, ສະພາບຫລຸດລົງຂອງລະບົບຊີວະພາບ. ທ່ານຮອງປະທານສະພາແຫ່ງຊາດ ສະເໜີໃຫ້ບັນດາລັດຖະສະພາເພີ່ມທະວີການກວດກາ ແລະ ສ້າງສຳເລັດກອບກົດໝາຍແຫ່ງຊາດ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການກໍໍ່ສ້າງ ແລະ ປະຕິບັດບັນດານະໂຍບາຍຫັນປ່ຽນພື້ນຖານເສດຖະກິດຕາມທິດເສດຖະກິດສີຂຽວ, ເສດຖະກິດໝູນວຽນ; ຖືການຫັນປ່ຽນຮູບແບບການພັດທະນາແມ່ນພື້ນຖານ, ຮັບປະກັນເລື່ອງປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງບັນດາປະເທດ, ຫລຸດຜ່ອນອາຍພິດເຮືອນແກ້ວ ແລະ ມຸ່ງໄປເຖິງເປົ້າໝາຍຫລຸດອາຍພິດລົງລະດັບ 0, ເໝາະສົມກັບກຳລັງຄວາມສາມາດ, ລະດັບການພັດທະນາຂອງແຕ່ລະປະເທດ.

ຢູ່ນອກກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ພົບປະກັບທ່ານນາງ Valentina Matviyenko, ປະທານສະພາສະຫະພັນລັດເຊຍ; ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນ Saint Petersburg.

ຕອບກັບ

ຂ່າວ/ບົດ​ອື່ນ