ຫວຽດ​ນາມ ຮຽກ​ຮ້ອງ ຈີນ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ ​ໝູ່​ເກາະ ຮ​ວ່າງ​ຊາ, ຮຽກ​ຮ້ອງ ຟີ​ລິບ​ປິນ ແກ້​ໄຂ​ກໍ​ລະ​ນີ​​ຈີກ​ທຸງ​ຊາດ ຫວຽດ​ນາມ

(VOVWORLD) -  “ເລື່ອງ ຈີນ ນຳເອົາສ່ວນໜຶ່ງຂອງໝູ່ເກາະ ຮວ່າງຊາ ເພື່ອຝືກຊ້ອມການທະຫານຢູ່ທະເລຕາເວັນອອກ ແຕ່ວັນທີ 29 ກໍລະກົດ ຫາວັນທີ 2 ສິງຫາ ແມ່ນການລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະແຫ່ງນີ້ຢ່າງແຮງ ແລະ ໄປຝືນກັບເນື້ອໃນຈິດໃຈຂອງຖະແຫຼງການ ກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ບໍ່ມີຜົນປະໂຫຍດແກ່ວິວັດທະນາການເຈລະຈາ ລະຫວ່າງ ຈີນ ກັບ ອາຊຽນ ກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃນປັດຈຸບັນ .."
ຫວຽດ​ນາມ ຮຽກ​ຮ້ອງ ຈີນ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ   ​ໝູ່​ເກາະ ຮ​ວ່າງ​ຊາ, ຮຽກ​ຮ້ອງ ຟີ​ລິບ​ປິນ ແກ້​ໄຂ​ກໍ​ລະ​ນີ​​ຈີກ​ທຸງ​ຊາດ ຫວຽດ​ນາມ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: CAND) 

ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 3 ສິງຫາ, ຢູ່ຮ່າໂນ້ຍ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງ ຈີນ ດຳເນີນການຝຶກຊ້ອມການທະຫານ ປົກຄຸມສ່ວນໜຶ່ງຂອງໝູ່ເກາະ ຮວ່າງຊາ ເຊິ່ງເປັນອະທິປະໄຕຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

        “ເລື່ອງ ຈີນ ນຳເອົາສ່ວນໜຶ່ງຂອງໝູ່ເກາະ ຮວ່າງຊາ ເພື່ອຝືກຊ້ອມການທະຫານຢູ່ທະເລຕາເວັນອອກ ແຕ່ວັນທີ 29 ກໍລະກົດ ຫາວັນທີ 2 ສິງຫາ ແມ່ນການລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະແຫ່ງນີ້ຢ່າງແຮງ ແລະ ໄປຝືນກັບເນື້ອໃນຈິດໃຈຂອງຖະແຫຼງການ ກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ບໍ່ມີຜົນປະໂຫຍດແກ່ວິວັດທະນາການເຈລະຈາ ລະຫວ່າງ ຈີນ ກັບ ອາຊຽນ ກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃນປັດຈຸບັນ ກໍຄື ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຮ່ວມມືຢູ່ທະເລຕາເວັນອອກ. ຫວຽດນາມ ເດັດດ່ຽວຄັດຂ້ານ ແລະ ຮຽກຮ້ອງ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແລະ ບໍ່ມີການກະທຳຄ້າຍຄືກັນອີກຕໍ່ໄປ.”

        ຕໍ່ການກະທຳແຫ່ຂະບວນປະທ້ວງຂອງກຸ່ມຄົນໜຶ່ງຢູ່ ຟີລິບປິນ ໃນວັນທີ 1 ສິງ ຫາ ທີ່ໄດ້ຈີກທຸງຊາດ ຫວຽດນາມ ຢູ່ທາງໜ້າສະຖານທູດ ຫວຽດນາມ ປະຈຳ ມານີລີ (ຟີລິບປິນ), ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ໃຫ້ຮູ້ວ່າ:

        “ທຸງສີແດງດາວເຫຼືອງ ແມ່ນທຸງຊາດທີ່ສັກສິດຂອງ ຫວຽດນາມ. ການກະທຳຈີກທຸງຊາດຂອງ ຫວຽດນາມ ແມ່ນແຕະຕ້ອງເຖິງຈິດໃຈຂອງປະຊາຊົນ ຫວຽດນາມ ແລະ ຕ້ອງກ່າວປະນາມຢ່າງເຂັ້ມງວດ. ຫວຽດນາມ ຮຽກຮ້ອງໃຫ້ ຟີລິບປິນ ແກ້ໄຂກໍລະນີດັ່ງກ່າວຢ່າງເຂັ້ມງວດ ແລະ ມີມາດຕະການສະກັດກັ້ນການກະທຳແບບນັ້ນໃຫ້ມີປະສິດທິຜົນ, ບໍ່ໃຫ້ເກີດຂຶ້ນຕໍ່ໄປ ແລ້ວກໍ່ຜົນກະທົບຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດພວມພັດທະນາຢ່າງດີງາມລະຫວ່າງສອງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ