ຫວຽດ​ນາມ ຮຽກ​ຮ້ອງ​ການ​ຮ່ວມ​ມື​ສາ​ກົນ ໃນ​ການ​ຮັບ​ມື​ກັບ​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ບັນດາເຫດການເກີດຂຶ້ນຫວ່າງແລ້ວນີ້ ຄືຜົນສະທ້ອນຈາກພາຍຸ Yagi ຢູ່ ຫວຽດນາມ, ຟີລິບປິນ, ຈີນ ພ້ອມກັບນ້ຳຖ້ວມຢູ່ບາງກລາເທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜົນເສຍຫາຍຢ່າງໜັກໜ່ວງໂດຍປະກົດການດິນຟ້າອາກາດທີ່ຮ້າຍແຮງກໍ່ຂຶ້ນ.
ຫວຽດ​ນາມ ຮຽກ​ຮ້ອງ​ການ​ຮ່ວມ​ມື​ສາ​ກົນ ໃນ​ການ​ຮັບ​ມື​ກັບ​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ໃນຂອບເຂດກອງປະຊຸມຊຸດທີ 57 ຂອງສະພາສິດທິມະນຸດ ສປຊ ຢູ່ເຊີແນວ, ປະເທດສະວິດ, ວັນທີ 13 ກັນຍາ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າກຸ່ມຫຼັກແຫຼ່ງ (ລວມມີ ຫວຽດນາມ, ບາງກລາເທດ, ຟີລິບປິນ), ກ່າວຄຳເຫັນທີ່ການເຈລະຈາກ່ຽວກັບບົດລາຍງານຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວຂ້ອງເຖິງຜົນກະທົບຂອງບັນດາຜົນເສຍຫາຍ ໂດຍການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ, ການຊົມໃຊ້ສິດທິມະນຸດຢ່າງຄົບຖ້ວນ.

ທ່ານເອກອັກຄະລັດຖະທູດ ມາຍຕຽນຢຸງ ໄດ້ຢັ້ງຢຶນວ່າ ການປ່ຽນແປງຂອງດິນຟ້າອາກາດພວມກໍ່ຜົນກະທົບຢ່າງຮ້າຍແຮງ, ສົ່ງຜົນສະທ້ອນໂດຍກົງຕໍ່ການຮັບປະກັນສິດທິມະນຸດໂດຍພື້ນຖານ. ບັນດາເຫດການເກີດຂຶ້ນຫວ່າງແລ້ວນີ້ ຄືຜົນສະທ້ອນຈາກພາຍຸ Yagi ຢູ່ ຫວຽດນາມ, ຟີລິບປິນ, ຈີນ ພ້ອມກັບນ້ຳຖ້ວມຢູ່ບາງກລາເທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜົນເສຍຫາຍຢ່າງໜັກໜ່ວງໂດຍປະກົດການດິນຟ້າອາກາດທີ່ຮ້າຍແຮງກໍ່ຂຶ້ນ.

ທ່ານເອກອັກຄະລັດທູດ ໄດ້ຮຽກຮ້ອງປະຊາຄົມສາກົກນ ຕ້ອງຮີບດ່ວນເພີ່ມທະວີບັນດາແຫຼ່ງກຳລັງດ້ານການເງິນ ແລະ ໝູນໃຊ້ມາດຕະການຕ່າງໆໂດຍອີງຕາມສິດທິມະນຸດ ເພື່ອຮັບມືກັບຜົນເສຍຫາຍໂດຍການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ, ຮັບປະກັນບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ