ຫວຽດນາມ ຮຽກຮ້ອງການເຂົ້າເຖິງການແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງດິນຟ້າອາກາດ, ສິ່ງແວດລ້ອມຢ່າງຮອບດ້ານ

(VOVWORLD) -ກ່ອນດຳເນີນບັນດາກອງປະຊຸມທີ່ກ່ຽວຂ້ອງຂອງສະຫະປະຊາຊາດທີ່ຈະມາເຖິງ, ບັນດາປະເທດຄວນຮັບປະກັນມີບາດກ້າວຄືບໜ້າທີ່ແທດຈິງໃນການປະຕິບັດຄຳໝັ້ນສັນຍາສາກົນ
ຫວຽດນາມ ຮຽກຮ້ອງການເຂົ້າເຖິງການແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງດິນຟ້າອາກາດ, ສິ່ງແວດລ້ອມຢ່າງຮອບດ້ານ - ảnh 1ທ່ານນາງອັກຄະລັດຖະທູດທີ່ປຶກສາ ເລທິມິງທວາ
(ພາບ: baoquocte.vn)

        ວັນທີ 10 ຕຸລາ, ຄະນະກຳມະການກ່ຽວກັບບັນດາບັນຫາເສດຖະກິດ ແລະ ການເງິນຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77 ໄດ້ດຳເນີນວາລະປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ຊີວະນາໆພັນ. ກ່າວຄຳເຫັນທີ່ພິທີ, ທ່ານນາງອັກຄະລັດຖະທູດທີ່ປຶກສາ ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກວ່າ ກ່ອນດຳເນີນບັນດາກອງປະຊຸມທີ່ກ່ຽວຂ້ອງຂອງສະຫະປະຊາຊາດທີ່ຈະມາເຖິງ, ບັນດາປະເທດຄວນຮັບປະກັນມີບາດກ້າວຄືບໜ້າທີ່ແທດຈິງໃນການປະຕິບັດຄຳໝັ້ນສັນຍາສາກົນ; ຖືມະນຸດເປັນໃຈກາງເພື່ອຮັບມືກັບບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ… ຜູ້ຕາງໜ້າ ຫວຽດນາມ ສະເໜີແນະບັນດາປະເທດ, ຢູ່ລະດັບຊາດ, ຈົ່ງສືບຕໍ່ສ້າງ ແລະ ປະສານສົມທົບບັນດາບັນຫາການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ຊີວະນາໆພັນເຂົ້າໃນກອບກົດໝາຍ, ນະໂຍບາຍ ແລະ ແຜນການກະທຳທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ເລື່ອງນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ໃນຍຸດທະສາດການພັດທະນາແບບຍືນຍົງລະດັບຊາດກໍ່ມີຄວາມຈຳເປັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ