ຫວຽດນາມ ຮຽກຮ້ອງຈີນຖອນກຳປັ່ນ ຊ້ຽງຢາງຮົງ 10 ແລະ ບັນດາກຳປັ່ນຕຳຫລວດທະເລ, ກຳປັ່ນຫາປາອອກຈາກເຂດທະເລຫວຽດນາມ

(VOVWORLD) -ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫວ່າງແລ້ວນີ້ ຄືດັ່ງໃຫ້ຂ່າວໄປແລ້ວ ກຳປັ່ນສຳຫລວດ ຊ້ຽງຢາງຮົງ 10 ຂອງຈີນ ພ້ອມກັບກຳປັ່ນຕຳຫລວດທະເລ, ກຳປັ່ນ ຫາປາ ຂອງຈີນ ໄດ້ລ່ວງລ້ຳເຂດເສດຖະກິດຈຳເພາະຂອງ ຫວຽດນາມ 
ຫວຽດນາມ ຮຽກຮ້ອງຈີນຖອນກຳປັ່ນ ຊ້ຽງຢາງຮົງ 10 ແລະ ບັນດາກຳປັ່ນຕຳຫລວດທະເລ, ກຳປັ່ນຫາປາອອກຈາກເຂດທະເລຫວຽດນາມ - ảnh 1ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ. ພາບ: TTXVN

ວັນທີ 25 ພຶດສະພາ, ຢູ່ ຮ່າໂນ້ຍ ເມື່ອຕອບຄຳຖາມຂອງນັກຂ່າວ ສະເຫນີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ຫນ້າເລື່ອງກຳປັ່ນສຳຫລວດ ຊ້ຽງຢາງຮົງ 10 ພ້ອມກັບບັນດາກຳປັ່ນຕຳຫລວດທະເລ, ກຳປັ່ນຫາປາ ຂອງ ຈີນ ລ່ວງລ້ຳເຂດເສດຖະກິດຈຳເພາະຂອງຫວຽດນາມ ໃນໄລຍະມໍ່ໆມານີ້, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫວ່າງແລ້ວນີ້ ຄືດັ່ງໃຫ້ຂ່າວໄປແລ້ວ ກຳປັ່ນສຳຫລວດ ຊ້ຽງຢາງຮົງ 10 ຂອງຈີນ ພ້ອມກັບກຳປັ່ນຕຳຫລວດທະເລ, ກຳປັ່ນ ຫາປາ ຂອງຈີນ ໄດ້ລ່ວງລ້ຳເຂດເສດຖະກິດຈຳເພາະຂອງ ຫວຽດນາມ ຊື່ງໄດ້ກຳນົດສອດຄ່ອງກັບບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ກະຊວງການຕ່າງປະເທດ ແລະ ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໄດ້ພົວພັນຕິດຕໍ່ກັບຝ່າຍຈີນ ເປັນຫລາຍຄັ້ງ ແລະ ຜັນຂະຫຍາຍບັນດາມາດຕະການເໝາະສົມກັບກົດໝາຍສາກົນ, ກົດໝາຍຂອງຫວຽດນາມ.

ຫວຽດນາມຮຽກຮ້ອງບັນດາອົງການກ່ຽວຂ້ອງຂອງຈີນ ເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ຢຸດຕິການເຄື່ອນໄຫວລ່ວງລ້ຳຢ່າງທັນທີ, ຖອນກຳປັ່ນ ຊ້ຽງຢາງຮົງ 10 ແລະບັນດາກຳປັ່ນຕຳຫລວດທະເລ, ກຳປັ່ນຫາປາອອກຈາກເຂດທະເລ ຫວຽດນາມ, ເຄົາລົບອຳນາດອະທິປະໄຕ, ອຳນາດສານຂອງຫວຽດນາມ ປະຕິບັດຖະແຫລງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກຢ່າງເຂັ້ມງວດ, ຮັກສາສັນຕິພາບ, ການຮ່ວງມມື ແລະ ພັດທະນາຢູ່ທະເລຕາເວັນອອກ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ