ຫວຽດນາມ ຮຽກຮ້ອງ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ຄໍາໝັ້ນສັນຍາ​ຂອງ ກອງ​ປະຊຸມ Berlin ກ່ຽວກັບ​ບັນຫາ ລີ​ບີ

(VOVWORLD) -        ວັນທີ 08 ກໍລະກົດ, ສະພາຄວາມໝັ້້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ກ່ຽວກັບສະພາບການຢູ່ ລີບີ ແລະ ການເຄື່ອນໄຫວຂອງຄະນະໜູນຊ່ວຍ ສປຊ ປະຈໍາ ລີບີ (UNSMIL).
ຫວຽດນາມ ຮຽກຮ້ອງ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ຄໍາໝັ້ນສັນຍາ​ຂອງ ກອງ​ປະຊຸມ Berlin ກ່ຽວກັບ​ບັນຫາ ລີ​ບີ - ảnh 1ກອງປະຊຸມທາງອອນລາຍ ກ່ຽວກັບສະພາບການຢູ່ ລີບີ ແລະ ການເຄື່ອນໄຫວຂອງຄະນະໜູນຊ່ວຍ ສປຊ ປະຈໍາ ລີບີ  

        ລາຍງານຕໍ່ສະພາຄວາມໝັ້ນຄົງ ສປຊ, ທ່ານເລຂາທິການໃຫຍ່ ສປຊ Antonio Gutterres ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການສົງຄາມປີນຂັ້ນໄດ ດ້ວຍການແຊກແຊງຈາກພາຍນອກທີ່ຢູ່ໃນລະດັບທີ່ບໍ່ເຄີຍມີມາກ່່ອນ. ທ່ານເລຂາທິການໃຫຍ່ ໄດ້ກ່າວປະນາມບັນດາການບຸກໂຈມຕີແນໃສ່ສາມັນຊົນ ແລະ ຮາກຖານພົນລະເຮືອນ, ໃນນັ້ນ ມີ 21 ເຫດບຸກໂຈມຕີໃສ່ໃນຮາກຖານສາທາລະນະສຸກ ນັບແຕ່ຕົ້ນປີ 2020 ມາຮອດປັດຈຸບັນ.

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຢັ້ງຢືນຄືນໃໝ່ກ່ຽວກັບຄວາມສໍາຄັນຂອງການຊຸກຍູ້ບັນດາຄໍາໝັ້ນສັນຍາຂອງກອງປະຊຸມ Berlin ກ່ຽວກັບບັນຫາ ລີບີ ເມື່ອເດືອນ ມັງກອນ 2020. ທ່ານຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ລີບີ ຢຸດຕິສົງຄາມໃນທັນທີ ແລະ ກັບຄືນສູ່ການເຈລະຈາໂດຍສັນຕິວິທີ ໃນ 3 ຊ່ອງທາງ ການເມືອງ - ການທະຫານ - ເສດຖະກິດ. ທ່ານກໍຢັ້ງຢືນຄືນໃໝ່ກ່ຽວກັບການສະໜັບສະໜູນບັນດາການເຄື່ອນໄຫວຂອງຄະນະໜູນຊ່ວຍ ສປຊ ປະຈໍາ ລີບີ ແລະ ແບ່ງປັນກ່ຽວກັບຄວາມຈໍາເປັນຂອງການແຕ່່ງຕັ້ງທູດພິເສດຄົນໃໝ່ຂອງ ເລຂາທິການໃຫຍ່ ກ່ຽວກັບບັນຫາ ລີບີ.

ຟ້າມຮວັນ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ