ຫວຽດ​ນາມ ຮຽກ​ຮ້ອງ​ຕ້ອງ​ມີ​ການ​ກະ​ທຳ​ຢ່າງ​ຮີບ​ດ່ວນ​ ເພື່ອຫຼີກ​ລ້ຽງ​ໃຫ້ ລີ​ບັງຕົກ​ເຂົ້າ​ສູ່​ສະ​ພາບ​ການ​ລົ້ມ​ລະ​ລາຍ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນທັດສະນະກ່ຽວກັບເລື່ອງບັນດາຝ່າຍຢູ່ ລີບັງຕ້ອງມີການກະທຳຢ່າງຮີບດ່ວນ ເພື່ອສ້າງຕັ້ງລັດຖະບານ, ຫຼີກລ້ຽງ ກໍລະນີ ລີບັງ ຕົກເຂົ້າສູ່ສະພາບການລົ້ມລະລາຍ.
ຫວຽດ​ນາມ ຮຽກ​ຮ້ອງ​ຕ້ອງ​ມີ​ການ​ກະ​ທຳ​ຢ່າງ​ຮີບ​ດ່ວນ​ ເພື່ອຫຼີກ​ລ້ຽງ​ໃຫ້ ລີ​ບັງຕົກ​ເຂົ້າ​ສູ່​ສະ​ພາບ​ການ​ລົ້ມ​ລະ​ລາຍ - ảnh 1ທ່ານນາງ ຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 22 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຢູ່ ລີບັງ ແລະ ການປະຕິບັດມະຕິສະບັບເລກທີ 1701 (2006) ຂອງ ສະພາຄວາມໝັ້ນຄົງ ສປຊ ເຊິ່ງ ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາໃນເດືອນ ສິງຫາ 2006, ລວມມີ 19 ຈຸດ ເພື່ອແນໃສ່ຢຸດຕິການປະທະກັນດ້ານອາວຸດ ລະຫວ່າງ ອິດສະລາແອັນ ແລະ ກຳລັງ Hezbollah ຢູ່ພາກໃຕ້ ລີບັງ, ຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິບັນດາການກະທຳທີ່ເປັນປໍລະປັກຢ່າງສິ້ນເຊິງ ແລະ ຜັນຂະຫຍາຍກຳລັງ UNIFIL ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນທາງທິດໃຕ້ ຂອງປະເທດຕາເວັນອອກກາງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນທັດສະນະກ່ຽວກັບເລື່ອງບັນດາຝ່າຍຢູ່ ລີບັງຕ້ອງມີການກະທຳຢ່າງຮີບດ່ວນ ເພື່ອສ້າງຕັ້ງລັດຖະບານ, ຫຼີກລ້ຽງ ກໍລະນີ ລີບັງ ຕົກເຂົ້າສູ່ສະພາບການລົ້ມລະລາຍ. ຜູ້ຕາງໜ້າ ຂອງ ຫວຽດນາມ ປະຈຳ ສປຊ ກໍ່ຮຽກຮ້ອງໃຫ້ທຸກໆຝ່າຍຈົ່ງເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລີບັງ, ຢຸດຕິການລະເມີດເຂດນ່ານຟ້າຂອງ ລີບັງ ແລະ ຖອນທະຫານອອກຈາກບັນດາເຂດທີ່ຖືກຢຶດຄອງ ຢູ່ທາງທິດເໜືອເສັ້ນທາງຂຽວ, ພ້ອມທັງນຳໃຊ້ບັນດາຊ່ອງທາງຕິດຕໍ່ພົວພັນ ແລະ ສົມທົບກັບ UNIFIL, ຈຳກັດບັນດາການກະທຳ ແລະ ຄຳເວົ້າທີ່ຮຸນແຮງເພື່ອຫຼີກລ້ຽງການເພີ່ມຄວາມເຄັ່ງຕຶງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ