ຫວຽດນາມ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຕ້ອງແກ້ໄຂການປະທະກັນຜ່ານບັນດາມາດຕະການໂດຍສັນຕິວິທີ

(VOVWORLD) -ຫວຽດນາມ ສົນໃຈຕິດຕາມ ແລະ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ພວມປີນຂັ້ນໄດຢູ່ ອິດສະຣາແອັນ ແລະ ບັນດາເຂດດິນແດນຂອງ ປາແລັດສະຕິນ ໃນຊຸມມື້ຜ່ານມາ
ຫວຽດນາມ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຕ້ອງແກ້ໄຂການປະທະກັນຜ່ານບັນດາມາດຕະການໂດຍສັນຕິວິທີ - ảnh 1ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ
(ພາບ: VTV)

ວັນທີ 13 ພຶດສະພາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຄຳວິເຄາະກ່ຽວກັບສະພາບປີນຂັ້ນໄດຫວ່າງມໍ່ໆມານີ້ຢູ່ເຂດ ກາຊາ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

        ຫວຽດນາມ ສົນໃຈຕິດຕາມ ແລະ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ພວມປີນຂັ້ນໄດຢູ່ ອິດສະຣາແອັນ ແລະ ບັນດາເຂດດິນແດນຂອງ ປາແລັດສະຕິນ ໃນຊຸມມື້ຜ່ານມາ ທີ່ກໍ່ໃຫ້ເກີດມີການບາດເຈັບລົ້ມຕາຍສຳລັບສາມັນຊົນຫຼາຍຄົນ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ຢຸດຕິສະພາບການໃຊ້ຄວາມຮຸນແຮງປີນຂັ້ນໄດ, ແກ້ໄຂການປະທະກັນຜ່ານບັນດາມາດຕະການໂດຍສັນຕິວິທີ, ຮັບປະກັນຄວາມປອດໄພ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ.

        ສຳລັບບັນຫາ ເຢລູຊາແລັມ ຕາເວັນອອກ, ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນທຸກມາດຕະການແກ້ໄຂຕ້ອງເຄົາລົບກົດໝາຍສາກົນ, ພິເສດແມ່ນບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ