ຫວຽດນາມ ຮຽກຮ້ອງປົກປັກຮັກສາຄວາມປອດໄພໃຫ້ແກ່ພາລະກອນມະນຸດສະທຳໃນການປະທະກັນດ້ວຍອາວຸດ

(VOVWORLD) -ໃນສະພາບການປະທະກັນແກ່ຍາວ, ນາບຂູ່ຢ່າງຮ້າຍແຮງເຖິງຊີວິດອິນຊີ ແລະຊີວິດຂອງປະຊາຊົນ, ພາລະກອນມະນຸດສະທຳ ແລະພາລະກອນຂອງສະຫະປະຊາຊາດ ແມ່ນມີບົດບາດສຳຄັນ
ຫວຽດນາມ ຮຽກຮ້ອງປົກປັກຮັກສາຄວາມປອດໄພໃຫ້ແກ່ພາລະກອນມະນຸດສະທຳໃນການປະທະກັນດ້ວຍອາວຸດ - ảnh 1ທ່ານ ດັ້ງດີງກູຍ ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສະຫະປະຊາຊາດເຂົ້າຮ່ວມກອງປະຊຸມ(ພາບ:ສຳນັກຂ່າວສານຫວຽດນາມ)

ວັນທີ 16 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີ ເພື່ອຮັບຟັງບົດລາຍງານກ່ຽວກັບການປົກປ້ອງພາລະກອນມະນຸດສຳທຳໃນການປະທະກັນດ້ວຍອາວຸດ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດີງກູຍ ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສະຫະປະຊາຊາດ ຖືວ່າ: ໃນສະພາບການປະທະກັນແກ່ຍາວ, ນາບຂູ່ຢ່າງຮ້າຍແຮງເຖິງຊີວິດອິນຊີ ແລະຊີວິດຂອງປະຊາຊົນ, ພາລະກອນມະນຸດສະທຳ ແລະພາລະກອນຂອງສະຫະປະຊາຊາດ ແມ່ນມີບົດບາດສຳຄັນໃນການຫລຸດຜ່ອນຫນ້າທີ່ຫນັກຫນ່ວງຂອງວຽກງານມະນຸດສະທຳ ແລະຫນູນຊ່ວຍໃຫ້ປະຊາຊົນ.

ກ່ຽວກັບບັນດາຫລັກການເຄື່ອນໄຫວມະນຸດສະທຳ,ທ່ານ ເອກອັກຄະລັດຖະທູດດັ້ງດີ່ງກູຍ ເນັ້ນຫນັກວ່າ: ຕ້ອງມີຄວາມພາວະວິໄສ, ເປັນກາງ ແລະ ເອກະລາດ, ເຄົາລົບກົດບັດ ສປຊ ກ່ຽວກັບອະທິດປະໄຕແຫ່ງຊາດ, ບໍ່ແຊກແຊງເຂົ້າວຽກງານພາຍໃນກໍ່ຄືເຄົາລົບກົດໝາຍຂອງປະເທດທີ່ໄດ້ຮັບການມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ