ຫວຽດ​ນາມ ຮຽກ​ຮ້ອງວິ​ທີ​ສຳ​ຜັດ​ຮອບ​ດ້ານ​ໃນ​ການ​ແກ້​ໄຂ​ບັນ​ດ​າ​ສິ່ງ​ທ້າ​ທາຍ​ຢູ່ ມາ​ລີ

(VOVWORLD) -ໃນວັນທີ 8 ຕຸລາ (ຕາມເວລາ New York). ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ ມາລີ ໃນໄລຍະມໍໍ່ໆມານີ້.
ຫວຽດ​ນາມ ຮຽກ​ຮ້ອງວິ​ທີ​ສຳ​ຜັດ​ຮອບ​ດ້ານ​ໃນ​ການ​ແກ້​ໄຂ​ບັນ​ດ​າ​ສິ່ງ​ທ້າ​ທາຍ​ຢູ່ ມາ​ລີ - ảnh 1ທ່ານດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ ຕາງໜ້າໃຫ້ ຫວຽດນາມ ແລະ ອິນໂດເນເຊຍ, ເຊິ່ງແມ່ນ 2 ປະເທດທີ່ເປັນສະມາຊິກຂອງ ອາຊຽນ ຢູ່ ສະຫະປະຊາຊາດ, ຢັ້ງຢືນຄືນໃໝ່ການສະໜັບສະໜູນຄວາມສາມັກຄີ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ມາລີ; ທ່ານ ໃຫ້ຮູ້ວ່າ 2 ປະເທດໄດ້ຕິດຕາມສະພາບການຢູ່ ມາລີ ຢ່າງໃກ້ຊິດ ແລະ ຮັບຮູ້ການແຕ່ງຕັ້ງ ປະທານາທິບໍດີ ແລະ ນາຍົກລັດຖະມົນຕີ ຂອງລັດຖະບານຂ້າມຜ່ານ. ຕໍ່ໜ້າສະພາບຄວາມໝັ້ນຄົງບໍ່ດີຍ້ອນກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງເພີ່ມຂຶ້ນ, ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືເພື່ອຊຸກຍູ້ຄວາມປອງດອງຊາດ; ສືບຕໍ່ປະຕິບັດບັນດາຂໍ້ຕົກລົງສັນຕິພາບ ປີ 2015. ທ່ານ ດັ້ງດິ່ງກຸ໊ຍ ຮຽກຮ້ອງໃຫ້ມີວິທີການສຳຜັດຮອບດ້ານໃນການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງ, ມະນຸດສະທຳ; ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢູ່ ມາລີ…

ຟ້າມວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ