ຫວຽດນາມ ຮຽກຮ້ອງສືບຕໍ່ປະຕິຮູບລະບົບການພັດທະນາ ສປຊ ອີງໃສ່ບັນດາບຸລິມະສິດ ຂອງຊາດ

(VOVWORLD) -  ວັນທີ 22 ຕຸລາ, ຄະນະກຳມະການບັນດາບັນຫາເສດຖະກິດ ແລະ ການເງິນ (ຄະນະກຳມະການ 2) ຂຶ້ນກັບສະມັດຊາໃຫຍ່ ສປຊ ຊຸດທີ 37 ໄດ້ປຶກສາຫາລືກ່ຽວກັບ ຫົວຂໍ້ “ການເຄື່ອນໄຫວຮ່ວມມືພັດທະນາຂອງ ສປຊ”.

ຫວຽດນາມ ຮຽກຮ້ອງສືບຕໍ່ປະຕິຮູບລະບົບການພັດທະນາ ສປຊ ອີງໃສ່ບັນດາບຸລິມະສິດ ຂອງຊາດ - ảnh 1 ຫວຽດນາມ ຮຽກຮ້ອງສືບຕໍ່ປະຕິຮູບລະບົບການພັດທະນາ ສປຊ ອີງໃສ່ບັນດາບຸລິມະສິດ ຂອງຊາດ (ພາບ: TTXVN)

ກ່າວຄຳເຫັນຕາງໜ້າໃຫ້ບັນດາປະເທດ ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງການພົວພັນຄູ່ຮ່ວມມືພັດທະນາ ອາຊຽນ- ສປຊ ທີ່ນັບມື້ບນັບໄດ້ຮັບການປັບປຸງ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ພິເສດແມ່ນບັນດາຂົງເຂດທີ່ຂຶ້ນກັບ ແຜນການດຳເນີນງານ ອາຊຽນ - ສປຊ ໄລຍະ 2016-2020, ປະກອບສ່ວນຜັນຂະຫຍາຍ ແລະ ຊຸກຍູ້ການໜູນຊ່ວຍເຊິ່ງກັນ ແລະ ກັນ ລະຫວ່າງ ວິໄສທັດ ອາຊຽນ 2025 ແລະ ໂຄງການດຳເນີນງານ 2030. ກົນໄກການຮ່ວມມືລະຫວ່າງ ຄະນະເລຂາທິການ ອາຊຽນ ແລະ ຄະນະເລຂາທິການ ສປຊ ກໍ່ນັບມື້ນັບໄດ້ຮັບການຊຸກຍູ້. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ ກໍ່ໄດ້ແບ່ງປັນຄວາມວິຕົກກັງວົນຂອງຫຼາຍປະເທດ ກ່ຽວກັບສະພາບການຫຼຸດລົງຂອງແຫຼ່ງກຳລັງ, ຮຽກຮ້ອງໃຫ້ສືບຕໍ່ດຳເນີນວິວັດທະນາການ ການປະຕິຮູບ ລະບົບການພັດທະນາ ສປຊ ອີງໃສ່ບັນດາບຸລິມະສິດ ຂອງຊາດ. ທ່ານເອກອັກຄະລັດຖະທູດ ໄດ້ຕາງໜ້າໃຫ້ ອາຊຽນ ຮຽກຮ້ອງ ສປຊ ກໍ່ຄືບັນດາປະເທດສະມາຊິກ ສປຊ ສືບຕໍ່ສະໜັບສະໜູນການຮ່ວມມື ໃຕ້ - ໃຕ້ ແລະ ການຮ່ວມມືສາມຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ