ຫວຽດ​ນາມ ຮຽກ​ຮ້ອງ​ສືບ​ຕໍ່​ໜູນ​ຊ່ວຍ​ດ້ານມ​ະ​ນຸດ​ສະ​ທຳ​ໃຫ້​ແກ່ ຊີ​ຣ​ີ

(VOVWORLD) - ວັນທີ 25 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມຮັບຟັງບົດລາຍງານປະຈຳເດືອນກ່ຽວກັບວິວັດທະນາການການເມືອງ ຢູ່ ຊີຣີ.
ຫວຽດ​ນາມ ຮຽກ​ຮ້ອງ​ສືບ​ຕໍ່​ໜູນ​ຊ່ວຍ​ດ້ານມ​ະ​ນຸດ​ສະ​ທຳ​ໃຫ້​ແກ່ ຊີ​ຣ​ີ - ảnh 1ກອງປະຊຸມຮັບຟັງບົດລາຍງານປະຈຳເດືອນກ່ຽວກັບວິວັດທະນາການການເມືອງ ຢູ່ ຊີຣີ

ທີ່ກອງປະຊຸມ, ທ່ານ Geir Pedersen ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບ ຊີຣີ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ສ້າງຕັ້ງບັນດາກົນໄກເຈລະຈາໃໝ່ ເພື່ອແນໃສ່ໜູນຊ່ວຍວິທີການແກ້ໄຂສະພາບການໃນເທື່ອລະກ້າວ.

ແບ່ງປັນຄວາມສົນໃຈຂອງ ສະມາຊິກສະພາຄວາມໝັ້ນຄົງ ສປຊ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງເລື່ອງຄວນສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງບັນດາຝ່າຍເພື່ອແນໃສ່ຊຸກຍູ້ວິວັດທະນາການດ້ານການເມືອງ, ຍົກສູງບົດບາດໜູນຊ່ວຍສຳຄັນ ຂອງປະຊາຄົມສາກົນ ຜ່ານການເພີ່ມທະວີການໂອ້ລົມເຈລະຈາ, ແກ້ໄຂຄວາມແຕກຕ່າງກັນໃນປັດຈຸບັນ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ ແລະ ຮັກສາສະພາບແວດລ້ອມຄວາມໝັ້ນຄົງຢ່າງສະດວກໃຫ້ແກ່ການຊຸກຍູ້ວິທີການການເມືອງ, ເນັ້ນໜັກວ່າຕ້ອງສົມທົບກັນໃນບັ້ນຕໍ່ສູ້ຕ້ານການກໍການຮ້າຍ ເພື່ອຮັບປະກັນຄວາມເຄົາລົບກົດໝາຍສາກົນ, ຕໍ່ໜ້າສະພາບການ ນັບມື້ນັບຫຍຸ້ງຍາກລຳບາກ ຂອງປະຊາຊົນຊີຣີນັບລ້ານໆຄົນ ພາຍຫຼັງການປະທະກັນມາເປັນເວລາກ່ວາ 1 ທົດສະວັດ, ທ່ານເອກອັກຄະລັດຖະທູດ ຮຽກຮ້ອງຕ້ອງຮັກສາການໜູນຊ່ວຍມະນຸດສະທຳ ຢ່າງຕໍ່ເນື່ອງໃຫ້ແກ່ຊາວຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ