ຫວຽດນາມ ຮຽກຮ້ອງເຈດຈຳນົງການເມືອງ ແລະ ການເຄື່ອນໄຫວສາກົນໃນການຮັບມືກັບສະພາບນ້ຳທະເລຂຶ້ນ

(VOVWORLD) - ສະພາບນ້ຳທະເລຂຶ້ນແມ່ນຜົນຮ້າຍຢ້ອນຫຼັງໂດຍກົງຂອງຜົນກະທົບຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ມັນພວມນາບຂູ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນນັບລ້ານຄົນຢ່າງຮ້າຍແຮງ, ໃນນັ້ນມີປະຊາຊົນ ຫວຽດນາມ.
ຫວຽດນາມ ຮຽກຮ້ອງເຈດຈຳນົງການເມືອງ ແລະ ການເຄື່ອນໄຫວສາກົນໃນການຮັບມືກັບສະພາບນ້ຳທະເລຂຶ້ນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ

  ວັນທີ 3 ພະຈິກ, ທີ່ສຳນັກງານ ສປຊ, ຢູ່ນິວຢອກ, ປະເທດ ອາເມລິກາ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ຈັດວາລະປືກສາຫາລືກ່ຽວກັບໄພນາບຂູ່ເປັນຕາຍຂອງສະພາບນ້ຳທະເລຂຶ້ນໃນສະພາບວິກິດການດ້ານດິນຟ້າອາກາດ. ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ເນັ້ນໜັກວ່າ: ສະພາບນ້ຳທະເລຂຶ້ນແມ່ນຜົນຮ້າຍຢ້ອນຫຼັງໂດຍກົງຂອງຜົນກະທົບຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ມັນພວມນາບຂູ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນນັບລ້ານຄົນຢ່າງຮ້າຍແຮງ, ໃນນັ້ນມີປະຊາຊົນ ຫວຽດນາມ. ຍ້ອນເຫດນັ້ນ, ຄວນພິຈາລະນາເຖິງບັນຫານ້ຳທະເລຂຶ້ນ ແລະ ທຸກໆຄວາມມານະພະຍາຍາມ, ມາດຕະການແກ້ໄຂຜົນກະທົບຂອງເຫດການນີ້ອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS). ເພື່ອສາມາດແກ້ໄຂຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນ, ບັນດາປະເທດຕ້ອງມີຄວາມຮັບຜິດຊອບປະຕິບັດບັນດາຄຳໝັ້ນສັນຍາ ແລະ ເພີ່ມທະວີການເຄື່ອນໄຫວ, ການເງິນໃຫ້ແກ່ດິນຟ້າອາກາດ, ໃນນັ້ນມີບັນດາຄຳໝັ້ນສັນຍາໄດ້ຍົກອອກມາທີ່ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP) ແລະ ກອງປະຊຸມສຸດຍອດຄວາມມັກໃຫຍ່ໄຝ່ສູງດິນຟ້າອາກາດເດືອນ ກັນຍາ 2023. ຫວຽດນາມ ຮຽກຮ້ອງຕ້ອງຍູ້ໄວການສ້າງກອງທຶນທົດແທນຜົນເສຍຫາຍ ຊຶ່ງບັນດາປະເທດໄດ້ເຫັນດີເຫັນພ້ອມທີ່ກອງປະຊຸມ COP27.

ຕອບກັບ

ຂ່າວ/ບົດ​ອື່ນ