ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສາ​ມັນ​ຊົນ ແລະ ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ ໃນ​ການ​ປະ​ທະ​ກັນປະ​ກອບ​​ອາ​ວຸດ

(VOVWORLD) - ທ່ານ ອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ປະຊາຄົມສາກົນ ແລະ ສະພາຄວາມໝັ້ນຄົງ ສປຊ ຕ້ອງມີມາດຕະການທີ່ມີປະສິດທິຜົນກ່ວາ ເພື່ອປົກ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງ ພົນລະເຮືອນ.
ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສາ​ມັນ​ຊົນ ແລະ ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ ໃນ​ການ​ປະ​ທະ​ກັນປະ​ກອບ​​ອາ​ວຸດ - ảnh 1ວາລະປຶກສາຫາລືເປີດຂອງ ສະພາຄວາມໝັ້ນຄົງ ສປຊ  (ພາບ: TTXVN)

ໃນລະຫວ່າງວັນທີ 21 – 22 ພຶດສະພາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ ໄດ້ດຳເນີນວາລະປຶກສາຫາລືເປີດຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການປົກປ້ອງສາມັນຊົນ ໃນການປະທະກັນປະກອບອາວຸດ ດ້ວຍຫົວຂໍ້ “ສະເຫຼີມສະຫຼອງ 25 ປີ ແຫ່ງມະຕິ 1265 ຂອງ ສະພາຄວາມໝັ້ນຄົງ ສປຊ ແລະ 75 ປີບັນດາສົນທິສັນຍາ ເຊີແນວ”.

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ປະຊາຄົມສາກົນ ແລະ ສະພາຄວາມໝັ້ນຄົງ ສປຊ ຕ້ອງມີມາດຕະການທີ່ມີປະສິດທິຜົນກ່ວາ ເພື່ອປົກ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງ ພົນລະເຮືອນ, ໃນນັ້ນ ວິທີການດີທີ່ສຸດ ແມ່ນແກ້ໄຂສາຍເຫດຕົ້ນຕໍ ຂອງການປະທະກັນ  ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການເຈລະຈາ, ໄກ່ເກ່ຍ. ຜູ້ຕາງໜ້າ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍ ເຂົ້າຮ່ວມການປະທະກັນປະຕິບັດກົດໝາຍສາກົນ ຢ່າງເຂັ້ມງວດ ແລະ ກົດໝາຍມະນຸດສະທຳສາກົນ, ເປັນຕົ້ນແມ່ນ ສົນທິສັນຍາ ເຊີແນວ ປີ 1949 4ສະບັບ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ