ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ ແລະ ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພ​າບ ສ​ປ​ຊ

(VOVWORLD) - ທ່ານ ອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງ ຄວາມຮຽກຮ້ອງຕ້ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ກຳລັງ ແລະ ກິດຈະກຳຂອງບັນດາຄະນະປະຕິບັດງານ.
ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ ແລະ ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພ​າບ ສ​ປ​ຊ - ảnh 1ທ່ານ ອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ວັນທີ 20 ກຸມພາ (ຕາມເວລາທ້ອງຖິ່ນ) ຄະນະກຳມະການພິເສດກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ ໄດ້ຈັດວາລະປະຊຸມຄົບຄະນະກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ ປີ 2024. ເຂົ້າຮ່ວມການປຶກສາຫາລື, ທ່ານ ອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງ ຄວາມຮຽກຮ້ອງຕ້ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ກຳລັງ ແລະ ກິດຈະກຳຂອງບັນດາຄະນະປະຕິບັດງານ, ພິເສດແມ່ນຕໍ່ໜ້າຄວາມສ່ຽງການກະທຳເປັນປໍລະປັກ, ການບຸກໂຈມຕີທີ່ມີຈຸດປະສົງທີ່ເລັ່ງໃສ່ພະນັກງານ ສປຊ ພວມເພີ່ມຂຶ້ນ ແລະ ຢັ້ງຢືນຍວ່າ ໂດຍແມ່ນໜຶ່ງໃນ 4 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ມີສູນຝືກແອບ ສາກົນ ໂດຍສປຊ ກຳນົດ ເພື່ອຜັນຂະຫຍາຍໂຄງການ “ຄູ່ຮ່ວມມືສາມຝ່າຍ”, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ເພື່ອແນໃສ່ຍົກສູງຄຸນນະພາບບຸກຄະລາກອນຮັກສາສັນຕິພາບ, ເປັນຕົ້ນແມ່ນໃນໄລຍະກ່ອນການຜັນຂະຫຍາຍ. ຫວຽດນາມ ກໍ່ປາດຖະໜາໄດ້ຮັບການສະໜັບສະໜູນ ຂອງຄູ່ຮ່ວມມືໃນວິວັດຂະບວນການກະກຽມຜັນຂະຫຍາຍກົມກອງ ຕຳຫຼວດຮັກສາສັນຕິພາບທຳອິດ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ