ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫ​ວ​ໜູ​ນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ໃຫ້​ແກ່​ຊາວ​ປາ​ແລັດ​ສະ​ຕິນ

(VOVWORLD) -ວັນທີ 30 ພະຈິກ ຢູ່ນິວຢອກ, ອາເມລິກາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊມຄົບຄະນະປຶກສາຫາລື ແລະ ປ່ອນບັດຮັບຮອງເອົາບັນດາມະຕິກ່ຽວກັບບັນຫາປາແລັດສະຕິນ. 
ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫ​ວ​ໜູ​ນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ໃຫ້​ແກ່​ຊາວ​ປາ​ແລັດ​ສະ​ຕິນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)

ຜູ້ຕາງໜ້າກ່ວາ 40 ປະເທດ ເຂົ້າຮ່ວມທີ່ກ່າວເຫັນໃນກອງປະຊຸມນີ້ ໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປທີ່ເຄັ່ງຕຶງລະຫວ່າງອິດສະລາແອັນ ແລະ ປາແລັດສະຕິນ ໃນເວລາມໍ່ໆມານີ້.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖືວ່າ ບັນຫາ ປາແລັດສະຕິນ ຕ້ອງໄດ້ຮັບການແກ້ໄຂບົນພື້ນຖານກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ. ຕ້ອງຮັບປະກັນຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍທີ່ກ່ຽວຂ້ອງ, ພິເສດແມ່ນສິດທີ່ບໍ່ອາດເຕະຕ້ອງໄດ້ຂອງຊາວປາແລັດສະຕິນ, ໃນນັ້ນມີສິດສ້າງລັດ ປາແລັດສະຕິນ ເອກະລາດ ແລະ ມີອະທິປະໄຕເຊິ່ງມີນະຄອນຫຼວງ ແມ່ນ Jerusalem ຕາເວັນອອກ, ພ້ອມກັນຄົງຕົວຢູ່ໃນສັນຕິພາບໄປພ້ອມກັບ ລັດອິດສະລາແອັນ, ໂດຍມີເສັ້ນຊາຍແດນທີ່ປອດໄພ ແລະ ໄດ້ຮັບຮອງຈາກສາກົນ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ຖືວ່າ ຄວນສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ການເຈລະຈາ ແລະ ຫຼີກລ້ຽງທຸກການເຄື່ອນໄຫວທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຫວຽດນາມ ຢັ້ງຢືນສະໜັບສະໜູນທຸກຂໍ້ລິເລີ່ມຂອງປະຊາຄົມສາກົນ ເພື່ອຊຸກຍູ້ຂະບວນການແຫ່ງສັນຕິພາບ ແລະ ຊອກຫາວິທີການແກ້ໄຂຍາວນານໃຫ້ແກ່ບັນຫາ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ