ຫວຽດນາມ ຮຽກຮ້ອງເພີ່ມທະວີຄວາມສາມັກຄີ ລະຫວ່າງບັນດາປະເທດສະມາຊິກ ຂະບວນການບໍ່ຮ່ວມກຸ່ມ

ຫວຽດນາມ ຮຽກຮ້ອງເພີ່ມທະວີຄວາມສາມັກຄີ ລະຫວ່າງບັນດາປະເທດສະມາຊິກ ຂະບວນການບໍ່ຮ່ວມກຸ່ມ - ảnh 1
( ພາບປະກອບ )

( vovworld ) –   ກອງ​ປະຊຸມ​ລັດຖະ​ມົນຕີບັນດາ​ປະ​ເທດ​ສະມາຊິກ ຂະ​ບວນການ​ບໍ່​ຮ່ວມ​ກຸ່ມຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 7 – 10/5, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 130 ກວ່າ​ຄະ​ນະ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ​, ນັກ​ສັງ​ເກດ​ການ ​ແລະ ຜູ້​ຕາງ​ໜ້າບັນດາ​ອົງການ​ສາກົນ. ກອງ​ປະຊຸ​ມ​ໄດ້​ຮັບ​ຮ້ອງ​ເອົາ​ເອກະສານ​ສຳຄັນ​ຫຼາຍສະບັບ, ​ໃນ​ນັ້ນ ມີ​ເອກະສານ​ສຸດ​ທ້າຍ​ຂອງ​ກ​ອງປະຊຸ​ມ, ຖະ​ແຫຼ​ງການ​ກ່ຽວ​ກັບ​ບັນດາ​ນັກ​ໂທດ​ການ​ເມືອງປາ​ແລດ​ສະຕິ​ນ ຖືກ​ອິດສະຣາ​ແອນ ກັກ​ຂັງ…

        ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Le Luong Minh ຖື​ວ່າ ບັນດາ​ປະ​ເທດ​ສະມາຊິກ ຂະ​ບວນການ​ບໍ່​ຮ່ວມ​ກຸ່ມຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ບົນ​ຫຼັກ​ການບັງ​ດູ​ງ, ​ຫຼັກການ​ທີ່​ເປັນ​ພື້ນຖານ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ພ້ອມ​ທັງ​ມານະ​ພະຍາຍາມ​ແກ້​ໄຂ​ການ​ພິພາດ​ກັນ​ລະ​ຫວ່າງ​ຝ່າຍ​ຕ່າງໆໂດຍ​ສັນຕິ​ວິທີ​ບົນ​ຫຼັກການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ, ພ້ອມ​ກັນ​ຄົງ​ຕົວຢ່າງ​ສັນຕິພາບ.​ ນີ້​ແມ່ນ​ພື້ນຖານ​ເພື່ອ​ເພີ່ມ​ທະວີ​ບົດ​ບາດ ​ແລະ ສຽງ​ເວົ້າ​ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​​ໃນ​ການ​ແກ້​ໄຂ​ບັນດາ​ບັນ​ຫາ​ສາກົນ​ທີ່​ສຳຄັນ​ຄື ຫຼຸດຜ່ອນ​ກຳລັງ​ປະກອບ​ອາວຸດ,​ ຕ້ານ​ກໍ່​ການ​ຮ້າຍ, ຮັບ​ມື​ກັບ​ບັນຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໂລກລະບາດ, ປະຕິບັດ​ຈຸ​ໝາຍ​ສະຫັດ​ຕະວັດ.

ຂ່າວ/ບົດ​ອື່ນ